吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ເປັນຕະ​ຫຼາດນຳ​ເຂົ້າ​ສິນຄ້າ​​ໃຫຍ່​ເປັນອັນ​ດັບ​ສອງ​​ຂອງໂລກ​ເປັນ​ເວລາ 11 ປີ​ ລຽນຕິດ

2021-10-22 10:52:14 CRI

    ຕົວ​ເລກ​ຫຼ້າ​ສຸດ​ຂອງ​ອົງການ​ການ​ຄ້າ​ໂລກ ຫຼື WHO ໄດ້​ຊີ້​ໃຫ້​ເຫັນ​ວ່າ,ໃນ​ຕະ​ຫຼາດ​ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ສາ​ກົນ​ໃນ 6 ເດືອນ​ຕົ້ນ​ປີ​ນີ້ ໂກ​ຕາ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 12% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ແລ້ວ ໄດ້​ເພີ່ມ​ຂຶ້ນ 0,7%, ໄດ້​ກວມ​ເອົາ 15% ຂອງ​ຈຳ​ນວນ​ສິນ​ຄ້າ​ນຳ​ເຂົ້າ​ທີ່​ເພີ່ມ​ຂຶ້ນ​ຂອງ​ທົ່ວ​ໂລກ. ​ໃນ​ກອງ​ປະຊຸມ​ຂ່າວ​​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ຕຸລາ​ນີ້, ທ່ານ​ນາງ​ຊູ້​ເຈ໋ທີ​ງ ​ໂຄສົກ​ກະຊວງ​ການ​ຄ້າຈີນ​ກ່າວ​ວ່າ, ຈີນ​ໄດ້ຊຸກ​ຍູ້​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​​ໃນລະດັບ​ສູງ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​​ແປງ, ຕັ້ງໜ້າ​ເປີດ​ກວ້າງ​ການ​ນຳ​ເຂົ້າ​ສິນຄ້າ, ​ກາຍ​ເປັນ​​ຕະ​ຫຼາດ​ນຳ​ເຂົ້າ​ສິນຄ້າ​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ​ເປັນ​ເວລາ 11 ປີລຽນຕິດ, ເປັນ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ສິນຄ້າ​ຕົ້ນຕໍ​ຂອງ​ຫຼາຍ​ປະ​ເທດ ​ແລະ ​ເຂດ​ແຄວ້ນ.


    ​ໃນ 3 ​ໄຕ​ມາດ​ຕົ້ນ​ປີ​ນີ້, ການ​ນຳ​​ເຂົ້າ​ສິນຄ້າ​ຂອງ​ຈີນ​ໄດ້​ບັນ​ລຸ​ເກືອບ 2.000 ຕື້​ໂດ​ລາ, ​ເພິ່ມຂຶ້ນ 32,6% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​​ໃນ​ປະຫວັດສາດ.

ຄຳ​ເຫັນ

0