黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຄື່ອງ​ທີ່​ນຳ​ມາວາງ​ສະ​ແດງ​​ໃນງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ​ເຂົ້າ​​ເມືອງ​ຈີນ​ຢ່າງ​ຫຼວງ​ຫຼາຍ

2021-10-23 20:52:12 cri

ຄຽງ​ຄູ່​ກັບ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ເຄື່ອງ​ທີ່​ນຳ​ມາວາງ​ສະ​ແດງ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ໄດ້​ສົ່ງ​​ເຂົ້າ​ເມືອງຈີນ​ຢ່າງ​ຫຼວງ​ຫຼາຍ, ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ທາງ​ທະ​ເລ, ອົງ​ການ​ດ່ານ​ພາ​ສີ​ແລະ​ພາກ​ສ່ວນ​ອື່ນໆ​ຂອງ​ນະ​ຄອນ​ຊຽງ​ໄຮ​ໄດ້​ປະ​ສານ​ງານກັນ​ຢ່າງ​ໃກ້​ຊິດ, ເພື່ອ​ເລັ່ງ​ລັດ​ເຮັດ​ວຽກ​ງານ​ຜ່ານ​ດ່ານ​ຂອງ​ສິນ​ຄ້າ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.

ຢູ່ດ່ານ​ພາ​ສີ​ອູ​ຊົ່ງ​ນະ​ຄອນ​ຊຽງ​ໄຮ, ສິນ​ຄ້າ​ທີ່​ຈະ​ເຂົ້າ​ຮ່ວມ​ງາ​ນ​ວາງ​ສະ​ແດງ​ຂອງ​ນູ​ແວ​ເຊ​ລັງ, ຍີ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ໄດ້​ສົ່ງ​ໄປ​​ຮອດສະ​ຖານ​ທີ່ກວດ​ການ​ຜ່ານ​ດ່ານ​ຕາ​ມໆ​ກັນ, ພະ​ນັກ​ງາ​ນ​ຂອງ​ ​ດ່ານ​ພາ​ສີ​ກໍ​ໄດ້​ເຮັດ​ວຽກ​ງານກວດ​ກາ​ໃນ​ທັນ​ທີ.

ນັບ​ມາ​ຮອດ​ວັນ​ທີ 21 ຕຸ​ລາ​ນີ້, ​ດ່ານ​ພາ​ສີ​ອູ​ຊົ່ງ​ໄດ້​ສຳ​ເລັດ​ວຽກ​ງານກວດ​ກາ​ຕໍ່​ສິນ​ຄ້າ​ວາງ​ສະ​ແດງ​​ທີ່ຂົນ​ສົ່ງ​ທາງ​ທະ​ເລ 15 ງວດ. ປັດ​ຈຸ​ບັນ, ອົງ​ການ​ດ່ານ​ພາ​ສີ​​ນະ​ຄອນ​ຊຽງ​ໄຮ​ໄດ້​ເລີ່ມ​ເຮັດ​ວຽກ​ສຳ​ລັນ​ໄລ​ຍະ “ຮູບ​ການ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ” ແລ້ວ, ​ໂດຍໄດ້​ເປີດປ່ອງ​ຢ້ຽມ​ສະ​ເພາະ​ 110 ແຫ່ງ​ແລະ​ຊ່ອງ​ທາງ​ສີ​ຂຽວ​ຢູ່​​ດ່ານ​ພາ​ສີ​ຂົນ​ສົ່ງ​ທາງ​ທະ​ເລ, ທາງ​ອາ​ກາດ​ແລະ​ທາງ​ບົກ, ເພື່ອ​ສະ​ໜອງ​ການບໍ​ລິ​ກາ​ນ​ຕະ​ຫຼອດ 24 ຊົ່ວ​ໂມງ.

ຄຳ​ເຫັນ

0