黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ນຳ​ເຂົ້າ​ຖ່ານ​ຫີນ​ຣັດ​ເຊຍໃຫຍ່​ທີ່​ສຸດ​ໃນ​ປີ​ນີ້

2021-10-23 20:51:28 cri

ຂ່າວ​ສານ ​ສະ​ປຸດ​ນິກ (Sputnik) ຂອງ​ຣັດ​ເຊຍລາຍ​ງານ​ໃນ​ວັນ​ທີ 22 ຕຸ​ລາ​ນີ້​ວ່າ: ທ່ານ​ເຊີ​ເກີ ໂມ​ຊະ​ລິ​ນິ​ຄົ​ຟ ຫົວ​ໜ້າ​ກົມ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ກັບ​ຕ່າງ​ປະ​ເທດ​ແລະ​ການ​ພັດ​ທະ​ນາ​ຕະ​ຫຼາດນ້ຳ​ມັນ​ເຊື້ອ​ໄຟ​ກະ​ຊວງ​ພະ​ລັງ​ງານ​ຣັດ​ເຊຍກ່າວ​ວ່າ: ປັດ​ຈຸ​ບັນ​ຈີນ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ຕົ້ນ​ຕໍ​ນຳ​ເຂົ້າ​ຖ່ານ​ຫີນ​ຈາກ​ຣັດ​ເຊຍ, ປີ 2021 ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ບໍ​ລິ​ໂພກຖ່ານ​ຫີນ​​ໃຫຍ່​​ຣັດ​ເຊຍ​ທີ່​ໃຫຍ່​ທີ່​ສຸດ.

ທ່ານ ໂມ​ຊະ​ລິ​ນິ​ຄົ​ຟ ກ່າວ​ວ່າ: “ຈີນ​ບໍ່​ແມ່ນ​ປະ​ເທດ​ບໍ​ລິ​ໂພກ​ພະ​ລັງ​ງານ​ຣັດ​ເຊຍ​ທີ່​ໃຫຍ່​ທີ່​ສຸດ​ ​ໃນ​ປັດ​ຈຸ​ບັນ, ແຕ່​ວ່າ​ໃນ​ໝົດ​ປີ 2021 ຈີນ​ຈະ​ກາຍ​ເປັນ​ປະ​ເທດ​​ທີ່​ໄດ້​ນາມ​ມະ​ຍົດດັ່ງ​ກ່າວ.” ທ່ານ​ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​​ຟ​ຣີ​ກາ​ເໜືອ​ມີ​ຫຼາຍ​ປະ​ເທດ​ຕ້ອງ​ການ​ຖ່ານ​ຫີນ​ຂອງ​ຣັດ​ເຊຍ.

ກ່ອນ​ໜ້າ​ນີ້, ທ່ານ ເຊີ​ເກີ ໂມ​ຊະ​ລິ​ນິ​ຄົ​ຟ ເຄີຍ​ກ່າວ​ວ່າ: ປີ 2021 ຣັດ​ເຊຍ​ຈະ​ສົ່ງ​ອອກ​ຖ່ານ​ຫີນ​ຫຼາຍກວ່າ 220 ລ້ານ​ໂຕນ, ຮອດ​ປີ 2022 ອາ​ດ​ຈະເກີນ​ລະ​ດັບ​ຄາດ​ຄະ​ເນ​ໃນ​ປີ 2021. ໃນ​ລະ​ດັບ​ການ​ຜະ​ລິດ​ໃນ​ປັດ​ຈຸ​ບັນ, ​ປະ​ລິ​ມານ​ສະ​ສົມ​ຖ່ານ​ຫີນ​ຂອງ​ຣັດ​ເຊຍ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ຖ່ານ​ຫີນ​ໄດ້​ເຖິງ 350 ປີ, ໃນ​ປີ 2021, ​ປະ​ລິ​ມານ​ການ​ຜະ​ລິດ​ຖ່ານ​ຫີນ​ທຽບ​ໃສ່​ປີ​ກາຍ​ນີ້​ຈະ​ເພີ່ມ​ຂຶ້ນ​ 6%.

ຄຳ​ເຫັນ

0