ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ສື່ມວນຊົນ ສ.ເກົາຫຼີລາຍງານວ່າ: ທ່ານກິມຊຸງ ຜູ້ແທນພິເສດກ່ຽວກັບນະໂຍບາຍຕໍ່ ສປປ ເກົາຫຼີຂອງລັດຖະບານອາເມຣິກາ ໄດ້ເດີນທາງເຖິງ ສ.ເກົາຫຼີ ໃນວັນທີ 22 ຕຸລານີ້ ແລະຈະພົບປະກັບທ່ານລູຄຸຍເດິກ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສ.ເກົາຫຼີ ທີ່ຮັບຜິດຊອບວຽກງານສັນຕິພາບຢູ່ແຫຼມເກົາຫຼີ ເພື່ອປຶກສາຫາລືກັນກ່ຽວກັບສະຖານະການຢູ່ແຫຼມເກົາຫຼີ ໃນວັນທີ 23 ຕຸລານີ້. ນອກນີ້, ສອງຝ່າຍຍັງຈະປຶກສາຫາລືກັນກ່ຽວກັບຖະແຫຼງການປະກາດສິ້ນສຸດສົງຄາມທີ່ມີຈຸດປະສົງເພື່ອເຮັດໃຫ້ພາວະສົງຄາມຢູ່ແຫຼມເກົາຫຼີສິ້ນສຸດລົງ.
ຂ່າວລາຍງານອີກວ່າ: ຝ່າຍ ສ.ເກົາຫຼີຖືເອົາຖະແຫຼງການປະກາດສິ້ນສຸດສົງຄາມ ເປັນມາດຕະການໃນການສ້າງຄວາມໄວ້ເນື້ອເຊື່ອໃຈກັນ ແລະຊຸກຍູ້ໃຫ້ ສປປ ເກົາຫຼີກັບຄືນສູ່ໂຕະເຈລະຈາ, ຝ່າຍ ສ.ເກົາຫຼີຈະຜ່ານການພົບປະເຈລະຈາກັນໃນຂັ້ນຕ່າງໆ ເພື່ອເນັ້ນໜັກຄວາມຈຳເປັນຂອງການອອກຖະແຫຼງການປະກາດສິ້ນສຸດສົງຄາມໃຫ້ຝ່າຍອາເມຣິກາຊາບ. ກ່ອນໜ້ານີ້, ອາເມຣິກາໄດ້ໃຊ້ທ່າທີລະມັດລະວັງໂດຍຕະຫຼອດຕໍ່ຖະແຫຼງການປະກາດສິ້ນສຸດສົງຄາມ. ໃນການຢ້ຽມຢາມ ສ.ເກົາຫຼີເທື່ອນີ້, ທ່ານກິມຊຸງຈະໃຫ້ຫຼັກໝັ້ນຂອງອາເມຣິກາກ່ຽວກັບຖະແຫຼງການປະກາດສິ້ນສຸດສົງຄາມຢູ່ແຫຼມເກົາຫຼີຫຼືບໍ່ ແມ່ນບັນຫາທີ່ໂດດເດັ່ນຫຼາຍ. ວັນທີ 19 ຕຸລານີ້, ທ່ານກິມຊຸງໄດ້ພົບປະກັບທ່ານລູຄຸຍເດິກ ແລະ ທ່ານຕາເຄຮີໂຣະ ຟູນາໂຄະຊິ ຫົວໜ້າກົມອາຊີແລະໂອຊີອານີ ກະຊວງການຕ່າງປະເທດຍີ່ປຸ່ນ ຢູ່ນະຄອນຫຼວງວໍຊິງຕັນ. ທ່ານກິມຊຸງກ່າວວ່າ: ອາເມຣິກາບໍ່ໃຊ້ທ່າທີເປັນປໍລະປັກກັບ ສປປ ເກົາຫຼີ, ແລະໃຊ້ທ່າທີເປີດກວ້າງຕໍ່ການເຈລະລາທີ່ບໍ່ວາງເງື່ອນໄຂ.
ຄຳເຫັນ
0