黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເຜີຍແຜ່ “ເອກະສານວ່າດ້ວຍຫຼັກໝັ້ນການຮ່ວມມືລະຫວ່າງຈີນ-ອົງການສະຫະປະຊາຊາດ”

2021-10-23 15:40:54 CRI

ກະຊວງການຕ່າງປະເທດຈີນ ໄດ້ເຜີຍແຜ່ “ເອກະສານວ່າດ້ວຍຫຼັກໝັ້ນການຮ່ວມມືລະຫວ່າງຈີນ-ອົງການສະຫະປະຊາຊາດ” ໃນວັນທີ 22 ຕຸລານີ້.

ໃນເອກະສານດັ່ງກ່າວໄດ້ຊີ້ວ່າ: ຈີນຊູຄັນທຸງລັດທິຫຼາຍຝ່າຍຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດລັດທິຫຼາຍຝ່າຍຢ່າງຈິງຈັງ, ຍຶດໝັ້ນໃນການໃຫ້ຝ່າຍຕ່າງໆປຶກສາຫາລືແລະຕົກລົງກັນສຳລັບເຫດການຕ່າງໆໃນສາກົນ, ອະນາຄົດແລະຊາຕາກຳຂອງໂລກຄວນໃຫ້ປະເທດຕ່າງໆຮ່ວມກັນຕົກລົງ, ເດັດດ່ຽວຄັດຄ້ານລັດທິຝ່າຍດຽວ, ລັດທິປົກປ້ອງການຄ້າ ແລະ ການກະທຳທີ່ທຽວໃຊ້ອຳນາດບາດໃຫຍ່, ເດັດດ່ຽວຄັດຄ້ານລັດທິຫຼາຍຝ່າຍອັນຈອມປອມໃນທຸກຮູບແບບ ເຊັ່ນ: ການດຶງພັກດຶງພວກ ແລະສ້າງເປັນກຸ່ມ​ການ​ເມືອງ​ໃນ​ວົງ​ແຄບເປັນຕົ້ນ, ຊຸກຍູ້ໃຫ້ລະບົບການບໍລິຫານໂລກພັດທະນາໄປຕາມທິດທາງທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ການພັດທະນາຂອງໂລກຄວນຍຶດໝັ້ນຖືເອົາການພັດທະນາເປັນທີ່ສຳຄັນກວ່າໝູ່, ຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງ, ຍຶດໝັ້ນໃຊ້ການກະທຳຕົວຈິງ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳດ້ານການພັດທະນາຂອງໂລກ. ຈີນຈະຮ່ວມກັບປະເທດຕ່າງໆໃນໂລກກ້າວເດີນໄປໜ້າພ້ອມກັນ, ພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ!

ຄຳ​ເຫັນ

0