ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ແຫຼ່ງຂ່າວຈາກກະຊວງການຄ້າຈີນໃຫ້ຮູ້ໃນວັນທີ 22 ຕຸລານີ້ວ່າ: ເຖິງວ່າປັດຈຸບັນ ສະພາບແວດລ້ອມທາງພາຍນອກຍັງສັບສົນແລະຂ້ຽວຂາດຫຼາຍກໍຕາມ, ແຕ່ຈີນຍັງມີເງື່ອນໄຂທີ່ດີບໍ່ໜ້ອຍໃນດ້ານການດຶງດູດການລົງທຶນຂອງຕ່າງປະເທດ, ຄາດວ່າ ປີນີ້ຈະສາມາດດຶງດູດການລົງທຶນຂອງຕ່າງປະເທດໄດ້ເຖິງ 1 ພັນກວ່າຕື້ຢວນ, ບັນລຸເປົ້າໝາຍການດຶງດູດທຶນຕ່າງປະເທດຢ່າງໝັ້ນທ່ຽງ.
ຜົນການສຳຫຼວດສະບັບໜຶ່ງທີ່ກະຊວງການຄ້າຈີນປະກາດໃນຫວ່າງມໍ່ໆມານີ້ ກໍໄດ້ສະແດງໃຫ້ເຫັນວ່າ: ໃນວິສາຫະກິດທຶນຕ່າງປະເທດທີ່ສຳຄັນ 3 ພັນກວ່າແຫ່ງ, ມີ 93,3% ໄດ້ເຫັນໄປໃນແງ່ດີຕໍ່ອະນາຄົດຂອງການພັດທະນາ. ສະພາການຄ້າຕ່າງປະເທດຂອງອາເມຣິກາ, ເອີລົບ ແລະຍີ່ປຸ່ນເປັນຕົ້ນ ກໍໄດ້ປະກາດບົດລາຍງານໃນຫວ່າງມໍ່ໆມານີ້ ໂດຍສະແດງໃຫ້ເຫັນວ່າ: ວິສາຫະກິດອາເມຣິກາເກືອບ 2/3, ວິສາຫະກິດສະຫະພາບເອີລົບ 59% ແລະວິສາຫະກິດຍີ່ປຸ່ນ 36,3% ມີແຜນຈະເປີດກວ້າງການລົງທຶນຢູ່ຈີນ, ທຶນຕ່າງປະເທດມີຄວາມສົນໃຈຕໍ່ຈີນນັບມື້ນັບຫຼາຍຂຶ້ນ.
ຄຳເຫັນ
0