郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເດັກນ້ອຍທີ່ເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນເວລາອັນສັ້ນໆ

2021-10-23 14:55:25 cri

ນັບ​ແຕ່ການເປີດ​ສົກ​ຮຽນໃໝ່​ໃນ​ເດືອນ​ກັນ​ຍາເປັນຕົ້ນມາ, ຈຳ​ນວນ​ເດັກ​ນ້ອຍ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​​ຢ່າງ​ຕໍ່​ເນື່ອງ. ຕົວ​ເລກ​ຫຼ້າ​ສຸດ​ທີ່​ສະ​ມາ​ຄົມພະຍາດ​ເດັກ ​ແລະ ​ສະ​ມາ​ຄົມ​ໂຮງ​ໝໍ​ເດັກ​ນ້ອຍ​ຂອງ​ອາ​ເມ​ຣິ​ກາ​ປະ​ກາດນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບມາຮອດ​ວັນ​ທີ 14 ຕຸ​ລາຜ່ານມານີ້​, ​ໃນ​ໄລ​ຍະ 6 ອາ​ທິດ​ທີ່​ຜ່ານ​ມາ, ຈຳ​ນວນ​ເດັກ​ນ້ອຍ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ ​ໄດ້ເພີ່ມ​ຂຶ້ນ​ຫຼາຍກວ່າ 1,1 ລ້ານກໍລະນີ, ລວມ​ທັງໝົດແລ້ວ ມີ​ເດັກ​ນ້ອຍ​ເກືອບ 6,2 ລ້ານ​ຄົນໄດ້​ຕິດ​ພະ​ຍາດ​ໂຄວິດ-19 ນັບ​ແຕ່ເກີດມີການແຜ່ລະບາດຂອງພະ​ຍາດ​ໂຄວິດ-19 ​ເປັນ​ຕົ້ນ​ມາ.
  ວັນ​ທີ 7 ຕຸ​ລາຜ່ານມານີ້, ບໍ​ລິ​ສັດ​ຜະ​ລິດ​ຢາໄຟ​ເຊີ​ ຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ໄດ້​ຮ້ອງ​ຂໍ​ຕໍ່​ກົມ​ຄຸ້ມ​ຄອງ​ອາ​ຫານ​ແລະຢາ​ອາ​ເມ​ຣີ​ກາຢ່າງເປັນທາງການ​ແລ້ວ​ ເພື່ອຂໍອະ​ນຸ​ຍາດ​ໃຫ້​ສັກ​ວັກ​ຊີນ​ໂຄວິດ-19 ໂດຍ​ດ່ວນໃຫ້ແກ່​ກຸ່ມ​ຄົນ​ທີ່​ມີ​ອາ​ຍຸ​ແຕ່ 5 ປີ​ຫາ 11 ປີ ໂດຍໃຊ້ວັກຊີນທີ່​ຄົ້ນ​ຄວ້າ​ຜະ​ລິດ​ຮ່ວມ​ໂດຍ​ບໍ​ລິ​ສັດ​ຕົນ​ ກັບ​ບໍ​ລິ​ສັດ​ເຕັກ​ນິກ​ຊີ​ວະ​ພາບ​ໃໝ່​ຂອງ​ເຢຍ​ລະ​ມັນ.
  ຜູ້​ຊ່ຽວ​ຊານ​ດ້ານສາ​ທາ​ລະ​ນະ​ສຸກ​ກ່າວ​ວ່າ: ການ​ອະ​ນຸ​ຍາດ​ສັກວັກຊີນໃຫ້​ເດັກ​ນ້ອຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ ຈະສາມາດ​ຊ່ວຍ​ຜ່ອນ​ຄາຍ​ສະ​ພາບການແຜ່ລະບາດຂອງ​ພ​ະ​ຍາດໂຄວິດ-19, ແຕ່ການ​ເຮັດ​ແນ​ວ​ໃດເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈຕໍ່​ວັກ​ຊີນໃຫ້ກັບ​ພໍ່​ແມ່​ຜູ້ປົກຄອງ ກໍ​ເປັນ​ສິ່ງ​ທ້າ​ທາຍ​ທີ່ບໍ່​ໜ້ອຍ.

ຄຳ​ເຫັນ

0