吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ລາ​ຄາ​ນ້ຳ​ມັນດິບ​ທົ່ວ​ໂລກ​ຖີບ​ຕົວ​ສູງ​ຂຶ້ນ 60%!

2021-10-24 14:34:27 CRI

    ຫວ່າງ​ມໍ່ໆ​ມາ​ນີ້, ຄຽງ​ຄູ່​ກັບ​ລາ​ຄາ​ນ້ຳ​ມັນ​ດິບ​ສາ​ກົນ​​ຖີບ​ຕົວ​ສູງຢ່າງ​ບໍ່​ຢຸດ​ຢັ້ງ, ລາ​ຄານ້ຳ​ມັນ​ແອັດ​ຊັງ​ຢູ່ປ້ຳ​ນ້ຳ​ມັນ​ປະ​ເທດ​ຕ່າງ​ໆ​ທົ່ວ​ໂລກ​ກໍ່​ຖີບ​ໂຕ​ສູງ​ຂຶ້ນ​ເຊັ່ນ​ກັນ.

 

     ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້​​ມາ, ລາ​ຄາ​ນ້ຳ​ມັນ​ດິບ​ສາ​ກົນ​ດ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ຫຼາຍກວ່າ 60%.


    ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ທີ່​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ອັງ​ກິດ​ປະ​ກາດ​ໃນ​ວັນ​ທີ 20 ຕຸ​ລາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ເດືອນ​ກັນ​ຍາ​ແລ້ວ​ນີ້, ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ຂອງ​ອັງ​ກິດ​ໄດ້​​ຖີບ​ສູງ​ຂຶ້ນ 19% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້ ບັນ​ລຸ​ເຖິງ 1,35 ປອນ​ສ໌ຕໍ່​ລິດ ​ເປັນ​ລະ​ດັບ​ສູງ​ສຸດ​ໃນ​ຮອບ 8 ປີ​ມາ​ນີ້. ນີ້​ກໍ່​ໝາຍ​ຄວາມ​ວ່າ, ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ​ຕື່ມ​ນ້ຳ​ມັນເຕັມຖັງ​ແຕ່​ລະ​ເທື່ອ​ຕ້ອງ​ຈ່າຍ​ເງິນ​ເພີ່ມ 10,8 ປອນ​ສ໌.


     ໃນ​ຖາ​ນະເປັນ​ປະ​ເທດ​ບໍ​ລິ​ໂພກ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ໃຫຍ່​ອັນ​ດັບ 3 ໃນ​ໂລກ, ​ນັບ​ແຕ່​​ຕົ້ນ​ປີ​ນີ້​ມາ, ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ຂອງ​ອິນ​ເດຍໄດ້​ເພີ່ມ​ຂຶ້ນ 23%. ຜູ້​ຂັບ​ລົດ​ໄປ​ເຂົ້າ​ການ​ຈຳ​ນວນ​ຫຼາຍ​ກ່າວ​ວ່າ, ຍ້ອນ​ລາ​ຄາ​ນ້ຳ​ມັນ​ສູງ​ໂພດ, ພວກ​ເຂົາ​ເຈົ້າ​ຕ້ອງ​ເລືອກ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ​ຫຼາຍກວ່າ​ເກົ່າ​ໃນ​ປັດ​ຈຸ​ບັນ, ຖ້າ​ລາ​ຄາ​ນ້ຳ​ມັນ​ຖີບ​ສູງ​ຂຶ້ນ​ຕື່ມ​ອີກ, ພວກ​ເຂົາ​ເຈົ້າ​ມີ​ແຕ່​ຈະ​ຂາຍ​​ລົດ​ຂອງ​ຕົນ​.

ຄຳ​ເຫັນ

0