李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈະຍົກ​ເລີກ​ລະ​ບຽບ​ການ​ໃບ​ອະ​ນຸ​ຍາດ​ເຂົ້າ​ເມືອງ

2021-10-24 16:25:35 cri

ວັນ​ທີ 22 ຕຸ​ລານີ້, ທ່ານ ທາ​ນີ ແສງ​ຮັດ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ແຈ້ງ​ໃຫ້​ຊາບ​ວ່າ: ເພື່ອ​ປະ​ສານ​ສົມ​ທົບ​ກັບ​ແຜນ​ການ​ໄຂ​ປະ​ຕູ​ແຫ່ງ​ຊາດ​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ເດືອນ​ພະ​ຈິກ​ໜ້ານີ້ ທີ່​ລັດ​ຖະ​ບານ​ໄດ້​ປະ​ກາດ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ຈະ​ປັບ​ປຸງ​ຂັ້ນ​ຕອນ​ການ​ຮ້ອງ​ຂໍ​ເຂົ້າ​​ເມືອງ​ຂອງ​ປະ​ເທດ​ໄທ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ ໂດຍ​ຈະ​ຍົກ​ເລີກ​ລະ​ບຽບ​ການ​ໃບ​ອະ​ນຸ​ຍາດ​ເຂົ້າ​​ເມືອງ ຫຼື COE ທີ່​ເລີ່ມ​ປະ​ຕິ​ບັດ​ແຕ່​ຕົ້ນ​ປີ 2020 ເພື່ອ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ມີ​ຈຸດ​ປະ​ສົງຫຼຸດ​ຂັ້ນ​ຕອນ​ທີ່​ບໍ່​ຈຳ​ເປັນ ທັງ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ເຂົ້າ​ເມືອງ​ງ່າຍ​ຂຶ້ນກວ່າ​ເກົ່າ. ເລີ່ມ​ແຕ່​ວັນ​ທີ 1 ພະ​ຈິກ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ຈະ​ປ່ຽນ​ມາ​ນຳ​ໃຊ້​ເວ​ທີ​ຮ້ອງ​ຂໍ​ເຂົ້າ​​ເມືອງອັນ​ໃໝ່​ຄື: Thailand Pass.

ຂະ​ນະ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ຍັງ​ໄດ້​ຊີ້​ແຈງ​ໃຫ້​ພາກ​ສ່ວນ​ກົງ​ສຸນ​ຂອງ​ສະ​ຖານ​ທູດ ແລະ ສະ​ຖານ​ກົງ​ສຸນ​ຂອງ​ໄທ​ປະ​ຈຳ​ບັນ​ດາ​ປະ​ເທດ ປ່ຽນ​ຈາກ​ການກວດ​ກາ​ຄຸນ​ວຸດ​ທິ​ການ​ເຂົ້າ​ເມືອງ ແລະ ການ​ອອກໃບ​ອະ​ນຸ​ຍາດເຂົ້າ​ເມືອງ​ໃຫ້​ຊາວ​ຕ່າງ​ປະ​ເທດ​ເປັນ​ຕົ້ນ​ຕໍ ມາ​ເປັນ​ການ​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ທີ່ກ່ຽວ​ຂ້ອງ​ແກ່​ຊາວ​ຕ່າງ​ປະ​ເທດ​ທີ່​ຮ້ອງ​ຂໍ​ເຂົ້າ​​ປະ​ເທດ​ໄທ.

ຄຳ​ເຫັນ

0