吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທຳ​ນຽບ​ຂາວແລະ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ຢ້ຳວ່າ,​ນະ​ໂນ​ບາຍຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ຕໍ່​ໄຕ້​ຫວັນ​ບໍ່​ໄດ້​ປ່ຽນ​ແປງ

2021-10-24 14:30:18 CRI

    ​ຂ່າວສານ​ລອຍ​ເຕີ ແລະ ​ຂ່າວ​ສານ​ອາ​ແອັ​ຟ​ເປ​ລາຍ​ງານ​ວ່າ, ວັນ​ທີ 22 ຕຸ​ລາ​ນີ້, ທ່ານ​ນາງ​ເຈນ ປະ​ຊາ​ກີ ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​​ຕໍ່​ໄຕ້​ຫວັນ​​ບໍ່​ໄດ້​ປ່ຽນ​ແປງ.

 

    ໃນ​ມື້​ໜຶ່ງ​ກ່ອນ​ໜ້າ​ນີ້, ທ່ານໂຈ ບ​າຍ​ເດນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ຈະ “ປົກ​ປ້ອງໄຕ້​ຫວັນ”. ຂ່າວ​ແຈ້ງວ່າ, ມີ​ຜູ້​ຊ່ຽວ​ຊານ​​ດ້ານບັນ​ຫາ​ໄຕ້​ຫວັນ​ຂອງ​ອາ​ເມ​ຣິ​ກາ​ເຫັນ​ວ່າ, ຄວາມ​ເວົ້າ​ຂອງ​ທ່ານ​​ບາຍ​ເດນ​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ​ໃນ​ເທື່ອ​ນີ້​ແມ່ນ​ເວົ້າ​ຜິດ​ປາກ.


     ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ຕຸ​ລາ​ນີ້, ເມື່ອ​ທ່ານ​ນາງ​ປະຊາ​ກີ​ເວົ້າ​ເຖິງ​ຄວາມ​ເວົ້າ​ກ່ຽວ​ກັບ​ໄຕ້​ຫວັນ​ຂອງ​ທ່ານ​ບາຍ​ເດນ, ນາງ​ກ່າວ​ວ່າ: “ນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ​ບໍ່​ໄດ້​ປ່ຽນ​ແປງ. ຈຸດ​ປະ​ສົງ​ຂອງ​ເພິ່ນ​ບໍ່​​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ນະ​ໂຍ​ບາຍ, ເພິ່ນ​ກໍ່​ບໍ່​​ໄດ້​ຕົກ​ລົງ​ປ່ຽນ​ແປງ​ນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ.”


     ມື້​ດຽວ​ກັນ, ທ່ານ​ເນັດ ​ປ​ຣາຍ​ສ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກໍ່​ກ່າວ​ວ່າ: “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ບໍ່​ໄດ້​ປະ​ກາດ​ນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ​ເກີດ​ມີ​ການ​ປ່ຽນ​ແປງ. ນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ​ບໍ່​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ໃດໆ.”

ຄຳ​ເຫັນ

0