吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຈະຫ້າມບໍ່​ໃຫ້​ສົ່ງ​ອອກ​ພະ​ລັງ​ງານ​ໝູນ​ວຽນ​ໄດ້​ໃຫ້​ສິງ​ກະ​ໂປ

2021-10-24 14:47:01 CRI

    ວັນ​ທີ 23 ຕຸ​ລາ​ນີ້, ສື່ມວນ​ຊົນ​ສິງ​ກະ​ໂປ​ລາຍ​ງານ​ວ່າ, ກະ​ຊວງ​ພະ​ລັງ​ງານ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ມາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 22 ຕຸ​ລາ​ນີ້​ວ່າ, ມາ​ເລ​ເຊຍ​ຈະອະ​ນຸ​ຍາດ​ສົ່ງ​ອອກ​​ແຕ່ພະ​ລັງ​ງານ​ທີ່​​ບໍ່​ສາມ​າດ​ໝູນ​ວຽນໄດ້​ໃຫ້​ສິງ​ກະ​ໂປ​ເທົ່າ​ນັ້ນ ແລະ ຈະ​ຫ້າມ​ຂາຍ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ຜະ​ລິດ​ດ້ວຍ​ພະ​ລັງານ​ໝູນ​ວຽນ​ນັ້ນ​ໃຫ້​ສິງ​ກະ​ໂປ.


    ຖະ​ແຫຼງ​ການ​ລະ​ບຸວ່າ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ມາ​ເລ​ເຊຍ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນີ້​ກໍ່​ຈະ​ອະ​ນຸ​ຍາດ​ໃຫ້​ລັດ​ຖະ​ບານ​ສະ​ໜອງ​ໂກ​​ຕາ​ພະ​ລັງ​ງານ​​ແສງຕາ​ເວັນ​ນອກ​ແຜນ​ການ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ມາ​ເລ​ເຊຍ.


     ຂໍ້​ຕົກ​ລົງ​ຂອງ​ມາ​ເລ​ເຊຍ​ເທື່ອ​ນີ້​ຈະ​ເຮັດ​ໃຫ້​ສະ​ພາບ​ຂາດ​ແຄນ​ພະ​ລັງ​ງານ​ຂອງ​ສິງ​ກະ​ໂປ​ຮ້າຍ​ແຮງກວ່າ​ເກົ່າ. ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່​ຊອກ​ຫາ​ແຫຼ່ງ​ນຳ​ເຂົ້າ​, ສິງ​ກະ​ໂປ​ຍັງ​ໄດ້​ປະ​ກາ​ດ​ມາດ​ຕະ​ການ​ປ້ອງ​ກັນ 3 ຂໍ້ ເຊັ່ນ: ການ​ກໍ່​ສ້າງ​ສິ່ງ​ກໍ່​ສ້າງວັດ​ຖຸ​ເຊື້ອ​ໄຟ​ສຳ​ຮອງ​ເປັນ​ຕົ້ນ.

ຄຳ​ເຫັນ

0