ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 23 ຕຸລານີ້, ໜ່ວຍງານຂ້າມພາກສ່ວນເພື່ອຕ້ານໂຄວິດ-19 ຂອງສິງກະໂປປະກາດໃນກອງປະຊຸມຂ່າວວ່າ, ເນື່ອງຈາກສະພາບການແຜ່ລະບາດພະຍາດໂຄວິດ-19 ຢູ່ອິນເດຍ, ບັງກະລາເດັດ, ມຽນມາ, ເນປານ, ປາກີສະຖານ ແລະ ສິງລັງກາໄດ້ຜ່ອນຄາຍລົງ, ນັບແຕ່ 11 ໂມງ 59 ນາທີຂອງວັນທີ 26 ຕຸລານີ້ເປັນຕົ້ນໄປ, ຈະອະນຸຍາດຜູ້ໂດຍສານຈາກປະເທດເຫຼົ່ານີ້ ຫຼື ຜູ້ໂດຍສານທີ່ເຄີຍໄປປະເທດເຫຼົ່ານີ້ໃນ 14 ມື້ຜ່ານມາເຂົ້າເມືອງສິງກະໂປ ຫຼື ຕໍ່ຍົນຢູ່ສິງກະໂປ. ຫຼັງຈາກຜູ້ໂດຍສານເຫຼົ່ານີ້ເຂົ້າເມືອງແລ້ວ ຕ້ອງກັກບໍລິເວນເປັນເວລາ 10 ມື້ຢູ່ບ່ອນກຳນົດ.
ນອກນີ້, ໜ່ວຍງານດັ່ງກ່າວຍັງໄດ້ປັບຄວາມສ່ຽງໃນການແຜ່ລະບາດໂຄວິດ-19 ຂອງມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ, ຫວຽດນາມ, ມົງໂກຣີ, ເອຢິບ ແລະ ອາຟຣິກາໃຕ້ເປັນຂັ້ນ 3 ໂດຍອະນຸຍາດໃຫ້ຜູ້ໂດຍສານທີ່ມາຈາກປະເທດເຫຼົ່ານີ້ກັກບໍລິເວນໃນເຮືອນຂອງຕົນ.
ຄຳເຫັນ
0