吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າ​ວ​ວ່າ: ​ນາ​ໂຕ​ໄດ້​ກັບ​ຄືນ​ສູ່​ຮູບ​ແບບ​ສົງ​ຄາມ​ເຢັນ​

2021-10-24 15:05:02 CRI

     ວັນ​ທີ 23 ຕຸ​ລາ​ນີ້, ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ລາຍ​ການ​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ​ຣັດ​ເຊຍ, ທ່າ​ນ​ອາ​ເລັກ​ຊານ​ເດີ ກຼູ​ຊີ​ໂກ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍກ່າວ​ວ່າ, ຫຼັງ​ຈາກ​​ນາ​ໂຕ​ສຳ​ເລັດ “ເສັ້ນ​ທາງ​ແຫ່ງວິ​ວັດ​ທະ​ນາ​ການ” ແລ້ວ ​ໄດ້ກັບ​ຄືນ​ສູ່​ຮູບ​ແບບ​ສົງ​ຄາມ​ເຢັນອີກ, ກຳ​ລັງ​ແຮງ​ຕົ້ນ​ຕໍ່​ລ້ວນ​ແຕ່​ໃຊ້​ເຂົ້າ​ໃນ​ການ “ໄພ​ຂົ່ມ​ຂູ່​ຈາກ​ຕາ​ເວັນ​ອອກ”.


     ວັນ​ທີ 6 ຕຸ​ລາ​ນີ້, ​ນາ​ໂຕ​ໄດ້​ປະ​ກາດ​ຍົກ​ເລີກສິດ​ທິ​ປະ​ຈຳ​​ການຂອງ​ສະ​ມາ​ຊິກ​ຄະ​ນະ​ຜູ້​​ຕາງ​ໜ້າ​ຖາ​ວອນ​ຣັດ​ເຊຍ​ປະ​ຈຳ​ນາ​ໂຕ 8 ຄົນ. ວັນ​ທີ 7 ຕຸ​ລາ​ນີ້, ທ່ານ​ເຈັ​ນ​ສ ສະ​​ໂຕນ​ເຕນ​ເບີກ ເລ​ຂາ​ທິ​ການ​ໃຫຍ່​ນາ​ໂຕ​ກ່າວ​ວ່າ, ນາ​ໂຕເນ​ລະ​ເທດ​ສະ​ມາ​ຊິກ​ຄະ​ນະ​ຜູ້​​ຕາງ​ໜ້າ​ຖາ​ວອນຂອງ​ຣັດ​ເຊຍ​ປະ​ຈຳ​ນາ​ໂຕ 8 ຄົນ​ເທື່ອ​ນີ້ ແມ່ນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຈາ​ລະ​ກຳ.

ຄຳ​ເຫັນ

0