吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະ​ກາດ “ເອ​ກະ​ສານວ່າ​ດ້ວຍ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​”

2021-10-24 14:53:05 CRI

    ວັນ​ທີ 22 ຕຸ​ລາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະ​ກາດ “ເອ​ກະ​ສານ​ວ່າ​ດ້ວຍ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ”.


    ເອ​ກະ​ສານ​ສະ​ບັບ​ນີ້​ລະ​ບຸ​ຊີ້​ອອກວ່າ, ຈີນ​ຈະ​ຊູ​ຄັນ​ທຸງ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ມ​ສະ​ເໝີ​ປາຍ, ປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ​​ທີ່​ແທ້​ຈິງ, ຍຶດ​ໝັ້ນວ່າ​ວຽກ​ງານ​ສາ​ກົນ​ຈະ​ໃຫ້​ປະ​ເທດ​ຕ່າງ​ໆ​ປຶກ​ສາ​ຫາ​ລື​ຕົກ​ລົງ​ກັນ, ອະ​ນາ​ຄົດ ແລະ ຊາ​ຕາກຳ​ຂອງ​ໂລກ​ຈະ​ໃຫ້​ປະ​ເທດ​ຕ່າງໆ​​ຮ່ວມ​ກັນ​ກຳ​ກັບ, ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ລັດ​ທິ​ຝ່າຍ​ດຽວ, ລັດ​ທິ​​ປົກ​ປ້ອງ ແລະ ລັດ​ທິ​ເຈົ້າ​ອຳ​ນາດ, ເດັດ​ດ່ຽວ​ຄັດ​ຄ້ານ ​“ລັດ​ທິ​ຫຼາຍ​ຝ່າຍ​​ແບບທີ່​ປອມ​ແປງ” ​ທຸກ​ຮູບ​ແບບ ເຊັ່ນ: ​ຫຼິ້ນການ​ເມືອງ​ເປັນ​ກຸ່ມ ຫຼື ກຸ່ມ​ນ້ອຍ​ເປັນ​ຕົ້ນ, ຊຸກ​ຍູ້​ລະ​ບົບ​ຄຸ້ມ​ຄອງ​ທົ່ວ​ໂລກ​ໃຫ້​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ຍຸ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່​າ​ເກົ່າ. ຈີນ​ຈະ​ຮ່ວມ​ກັບ​ປະ​ເທດ​ຕ່າງ​ໆ​ໃນ​ໂລກ​ພ້ອມ​ກັນ​ກ້າວ​ໄປ​ໜ້າ ແລະ ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0