李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ວິ​ຊາ​ການ​ສິງ​ກະ​ໂປ​ເຫັນ​ວ່າ: ປະ​ເທດ​ຕາ​ເວັນ​ຕົກ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ຕໍ່​ປະ​ເທດ​ຈີນ

2021-10-24 16:31:36 cri

ຫວ່າງ​ກ່ອນນີ້​ບໍ່​ດົນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ເຢຍ​ລະ​ມັນ, ທ່ານ ຄີ​ໂຊ ມາ​ບູ​ບາ​ນີ ນັກ​ວິ​ຊາ​ການ​ດ້ານ​ການ​ພົວ​ພັນ​ສາ​ກົນ ອະ​ດີດ​ນັກ​ການ​ທູດ​ຂອງ​ສິງ​ກະ​ໂປ ກ່າວ​ວ່າ: ປະ​ເທດ​ຕາ​ເວັນ​ຕົກ​ມີ​ຄວາມ​ເຂົ້າ​ໃຈ​ຜິດ​ຫຼາຍຢ່າງຕໍ່​ປະ​ເທດ​ຈີນ, ພວກ​ເຂົາ​ເຈົ້າ​ຄວນ​ເຂົ້າ​ໃຈ​ວ່າ ຈີນ​ບໍ່​ມີ​ເຫດ​ຜົນ​ໃດໆ​ທີ່​ຈະ​ກາຍ​ເປັນ​ແບບ​ຄ້າຍ​ຄື​ປະ​ເທດ​ຕາ​ເວັນ​ຕົກ.

ທ່ານ ຄີ​ໂຊ ມາ​ບູ​ບາ​ນີ ກ່າວ​ຕື່ມ​ວ່າ: ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ຄວນ​ເຂົ້າ​ໃຈ​ຜິດ​ວ່າ, ປະ​ເທດ​ຈີນ​ຕ້ອງ​ການ​ລອກຮຽນ​ແບບ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ. ບາງ​ຄົນ​ໃນ​ປະ​ເທດ​ຕາ​ເວັນ​ຕົກ​ຈົນ​ກະ​ທັ້ງ​ມີ​ຄວາມ​ເຫັນ​ຢ່າງ “ຈິງ​ໃຈ” ວ່າ ຕົນ​ເອງ​ຮູ້​ແຈ້ງກວ່າ​ຊາວ​ຈີນ​ວ່າ ອັນ​ໃດ​​ຈຶ່ງແມ່ນ​ເລື່ອງ​ດີ​ຕໍ່​ປະ​ເທດ​ຈີນ, ​ຄວາມ​ຄິດ​ດັ່ງ​ກ່າວນີ້ ​ຈອງ​ຫອງສົມ​ຄວນ. ທ່ານ ຄີ​ໂຊ ກ່າວ​ວ່າ, ຊາວ​ຈີນ​ໄດ້​ຮັບ​ຄວາມ​ສຸກ​ຄືນ​ໃໝ່, ແຕ່​ບາງ​ຄົນ​ໃນ​ປະ​ເທດ​ຕາ​ເວັນ​ຕົກ​ພັດ​ເວົ້າ​ວ່າ ຈີນ​ບໍ່​ຄວນ​ເປັນ​ແນວ​ນີ້ຕໍ່​ໄປອີກ​.

ໃນ​ເວ​ລາ​ກ່າວ​ເຖິງ​ສາຍ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ, ທ່ານ ຄີ​ໂຊ ເຫັນ​ວ່າ, ຖ້ອຍ​ຄວາມ​ທີ່​ວ່າ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່” ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ ທີ່​ສື່ມວນ​ຊົນ​ຈຳ​ນວນ​ໜຶ່ງ​ກ່າວ​ເຖິງນັ້ນ ແມ່ນ​ບໍ່​ຖືກ​ຕ້ອງ. ສະ​ພາບ​ຕົວ​ຈິງ​ແມ່ນ, ຮູບ​ຖານ​ຈິດ​ສຳ​ນຶກ​ຂອງ​ອາ​ເມ​ຣິ​ກາ​ແຂງ​ກະ​ດ້າງ ແລະ ດື້​ດ້ານ​; ຂະ​ນະ​ດຽວ​ກັນ ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ຂອງ​​ຄົນ​ອາ​ເມ​ຣິ​ກາຈຳ​ນວນ​ໜຶ່ງ​ຄືວ່າ​ບໍ່​ໄດ້​ຖືກ​ທຳ​ລາຍ ໂດຍ​ຍັງ​ຄົງ​ເຫັນ​ວ່າ ປະ​ເທດ​ຕົນ​ແມ່ນ​ແບບ​ຢ່າງ​ຂອງ​ໂລກ.

ຄຳ​ເຫັນ

0