黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນໄລ​ຍະ 50 ປີ​ຜ່ານ​ມາ,ຈີນ​ໄດ້​ຍຶດ​ໝັ້ນການ​ປົກ​ປ້ອງ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

2021-10-25 15:16:46 cri

ວັນ​ທີ 25 ຕຸ​ລາ​ປີ 1971, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 26 ໄດ້​ຜ່ານມະ​ຕິ 2758 ດ້ວຍຄະ​ແນນ​ສຽງ​ແບບ​ລົ້ນ​ຫຼາມ, ໂດຍ​ໄດ້ຕົກ​ລົງ​ຟື້ນ​ຟູ​​ສິດ​ທຸກ​ຢ່າງ​ຂອງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ນີ້​ແມ່ນ​ໄຊ​ຊະ​ນະ​ສຳ​ຄັນ​ຂອງ​ປະ​ເທດ​ຈີນ​ໃນ​ດ້ານ​ການ​ຕ່າງ​ປະ​ເທດ, ທັງ​ເປັນ​ໄຊ​ຊະ​ນະ​ຂອງ​ຄວາມຍຸ​ຕິ​ທຳ​ຂອງ​ໂລກ.

ໃນ​ໄລ​ຍະ 50 ປີ​ຜ່ານ​ມາ, ຈີນ​ໄດ້​​ເດັດ​ດ່ຽວຍຶດ​ໝັ້ນ​ການ​ປ້ອງ​​ລັດ​ທິ​ຫຼາຍ​ຝ່າຍຢ່າງ​ສະເໝີ​ຕົ້ນ​ສະ​ເໝີ​ປາຍ, ເດັດ​ດ່ຽວຮັກ​ສາ​ຈຸດ​ປະ​ສົງ​ແລະ​ຫຼັກ​ການ​ຂອງ “ກົດ​ບັດ​​ອົງ​ການສະ​ຫະ​ປະ​ຊາ​ຊາດ”, ສຸມ​ກຳ​ລັງ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ຂອງ​ໂລກ. ໃນ​ໄລ​ຍະ 50 ປີ​ຜ່ານ​ມາ, ຈີນ​​ໄດ້ຍຶດ​ໝັ້ນ​ການ​ສະ​ໜັບ​ສະ​ໜູນ​ຄວາມ​ຍຸ​ຕິ​ທຳ, ຍຶດ​ໝັ້ນ​ໃນ​ຫຼັກ​ການ​ທີ່​ປະ​ເທດ​ໃຫຍ່​ແລະ​ປະ​ເທດ​ນ້ອຍ​ມີ​ຖາ​ນະ​ສະ​ເໝີ​ພາບ​ກັນ, ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ເດັດ​ດ່ຽວໜຽວ​ແໜ້ນ. ໃນ​ໄລ​ຍະ 50 ປີ​ຜ່ານ​ມາ, ຈີນ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປັບ​ປຸງ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ, ແບ່ງ​ປັນ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ໃຫ້​ແກ່​ທົ່​ວ​ໂລກ, ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​​ເຂົ້າ​ສູ່ການ​ພັດ​ທະ​ນາ​ຮ່ວ​ມ​ກັນ​ຂອງ​ໂລກ.

ທ່ານ​ຊິດ​ຮາ​ສ໌ ຊາ​ເທີ​ຈີ ຜູ້​ປະ​ສານ​ງານ​​ລະ​ບົບ​ດ້ານການ​ພັ​ດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ຈີນ​ກ່າວ​ວ່າ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເຄີຍ​​ໄດ້ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ຈີນ​ໃນຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ຈີນ, ປັດ​ຈຸ​ບັນ, ຈີນ​ພວມ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ບໍ່​ເຫັນ​ແກ່​ຕົວ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ​ໃນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ພັດ​ທະ​ນາ​ກະ​ສິ​ກຳ​ແລະ​ກິດ​ຈະ​ກຳ​ອື່ນໆ, ນີ້​ເປັນ​ການ​ສະ​ແດ​ງໃຫ້​ເຫັນ​ນ້ຳ​ໃຈ​ແຫ່ງ​ຄວາມ​ເອົາ​ໃຈ​ໃສ່ແລະການ​ຮ່ວມ​ມື​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຜູ້​ລິ​ເລີ່ມ, ທັງ​ເປັນ​ສິ່ງ​ຢັ້ງ​ຢືນ​ຄວາມ​ຈິງ​ທີ່​ຈີນ​ປະ​ຕິ​ບັດ​ຕາມ​ລັດ​ທິ​ຫຼາຍ​ຝ່າຍ.

ຄຳ​ເຫັນ

0