蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

2021-10-25 14:35:09 CRI

ວັນ​ທີ 23 ຕຸ​ລາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ດ້ານ​ອື່ນໆ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ສາ​ມັກ​ຄີ​ກັນ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ຕ່າງໆ.

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ປະ​ເທດ​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ດ້ານ​ການ​ວາງ​ແຜນ​ການ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ເ​ປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອັນ​ໜັກ​ແໜ້ນ​ ແລະ ໄດ້​ມີ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງ ໃນ​ດ້ານ​ການ​ລຶ​ບ​ລ້າງ​ຄວາມ​ທຸກ​ຍາກ​ປະ​ເພດ​ຕ່າງໆ ແລະ ໃນ​ລະ​ດັບ​ຕ່າງໆ, ​ຄວາມ​ທຸກ​ຍາກ​ແມ່ນ​ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ​ທີ່​ໂລກ​ພວມ​ປະ​ເຊີນ​ຢູ່​ຮ່ວມ​ກັນ.” ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ໄດ້​ສະ​ໜອງ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃນ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​​ກັບ​ໂລກ ແລະ ພວມໄດ້​ແບ່ງ​ປັນບົດ​ຮຽນ​ເຫຼົ່າ​ນີ້​ໃຫ້​ແກ່​ປະ​ເທດ​ອື່ນໆ ​ໂດຍ​ຜ່ານການ​ຮ່ວມ​ມື​ໃຕ້-ໃຕ້.

ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ​ກໍ່ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ສາ​ມັກ​ຄີ​ກັນ ເພື່ອ​ຫຼຸດ​ຜ່ອນ​ຄວາມ​ຂັດ​ແຍ້ງ​ອັນ​ໃຫຍ່ຫຼວງ ແລະ ແກ້​ໄຂ​ສິ່ງ​ທ້າ​ທາຍ​ຮ່ວມ ໂດຍ​ຜ່ານການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ.

ຄຳ​ເຫັນ

0