黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີຕວກກີສັ່ງໃຫ້ກຳນົດເອົາທູດຂອງອາເມຣິກາປະຈຳຕວກກີເປັນຕົ້ນ ເປັນ “ຜູ້ບໍ່ເພິ່ງປາຖະໜາ”

2021-10-25 11:11:09 CRI

ທ່ານເຣເຊັບ ໄຕຢິບ ເອໂດກັນ ປະທານາທິບໍດີຕວກກີໄດ້ກ່າວໃນວັນທີ 23 ຕຸລານີ້ວ່າ: ຕົນໄດ້ອອກຄຳສັ່ງໃຫ້ກະຊວງການຕ່າງປະເທດຕວກກີກຳນົດເອົາເອກອັກຄະລັດຖະທູດຂອງ 10 ປະເທດປະຈຳຕວກກີ ລວມທັງເອກອັກຄະລັດຖະທູດອາເມຣິກາປະຈຳຕວກກີ ເປັນ “ຜູ້ບໍ່ເພິ່ງປາຖະໜາ”.

ທ່ານເອໂດກັນ ໄດ້ກ່າວຄຳປາໄສຢູ່ເມືອງເອສກີເຊເຮີ ທາງພາກເໜືອຕວກກີໃນວັນດັ່ງກ່າວ ແລະໄດ້ຕົກລົງກ່ຽວກັບເລື່ອງດັ່ງກ່າວ. ໂຄສົກກະຊວງການຕ່າງປະເທດອາເມຣິກາໄດ້ມີຄຳເຫັນຕໍ່ກໍລະນີດັ່ງກ່າວວ່າ: ອາເມຣິກາໄດ້ຮັບຊາບການລາຍງານຂ່າວທີ່ກ່ຽວຂ້ອງແລ້ວ ແລະ ພວມຂໍຄຳອະທິບາຍຈາກກະຊວງການຕ່າງປະເທດຕວກກີ. ຂະນະທີ່ກະຊວງການຕ່າງປະເທດນອກແວ ແລະ ກະຊວງການຕ່າງປະເທດດານມາກ ກ່າວວ່າ: ບໍ່ທັນໄດ້ຮັບການແຈ້ງການໃດໆຈາກເຈົ້າໜ້າທີ່ຕວກກີເທື່ອ.

ວັນທີ 19 ຕຸລານີ້, ກະຊວງການຕ່າງປະເທດຕວກກີໄດ້ຮຽກເອກອັກຄະລັດຖະທູດຂອງ 10 ປະເທດດັ່ງກ່າວປະຈຳຕວກກີເຂົ້າພົບ ໂດຍຕຳໜິຕິຕຽນເຂົາເຈົ້າວ່າໄດ້ຝ່າຝືນປະເພນີປະຕິບັດສາກົນໃນດ້ານການທູດ ໂດຍໄດ້ອອກຖະແຫຼງການຮ່ວມທີ່ໄຮ້ມາລະຍາດ, ຫັນຄະດີຕຸລາການເປັນບັນຫາການເມືອງ ເຊິ່ງເປັນການກະທຳທີ່ກ້າວລ້ຳຂອບເຂດ, ຝ່າຍຕວກກີບໍ່ສາມາດຍອມຮັບໄດ້. ວັນ​ທີ 21 ຕຸ​ລານີ້, ປະທານາທິບໍດີຕວກ​ກີ​ໄດ້​ຕຳ​ໜິ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ 10 ປະ​ເທດ​ດັ່ງ​ກ່າວ​ປະ​ຈຳ​ຕວກ​ກີວ່າໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຕວກ​ກີ.

ຄຳ​ເຫັນ

0