蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸດ​ຕິ​ທຳ

2021-10-25 14:33:25 CRI

ວັນ​ທີ 24 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ສຸດຍອດ​ວ່າ​ດ້ວຍອະ​ນາ​ໄມ​ໂລກ​ຄັ້ງ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ແບກ​ແລັງ​ຂອງ​ປະ​ເທດ​ເຢຍ​ລະ​ມັນ ໂດຍ​ມີຜູ້​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ສຸ​ຂະ​ພາບ​ແລະ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ຄັ້ງ​ນີ້​ຍັງ​ໄດ້​ເນັ້ນ​ເຖິງ​ຫົວ​ຂໍ້ “ບົດ​ຮຽນຈາກ​ເຊື້ອ​ພະ​ຍາດ​ໂຄວິດ-19”. ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮຽກ​ຮ້ອງ​ໃຫ້​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າ​ງ​ຍຸດ​ຕິ​ທຳ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ໄດ້​ກ່າວ​ປະ​ນາມ​​ພຶດ​ຕິ​ກຳ​ໃນແບບ “ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ” ແລະ ການ​ກັກ​ຕູນ​ວັກ​ຊີນ ໂດຍ​ຮຽກ​ຮ້ອງ​ໃຫ້​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ສົມ​ເຫດ​ສົມ​ຜົນ. ທ່ານ​ກ່າວ​ເຕືອນ​ວ່າ: ການ​ແບ່ງ​ປັນ​ວັກ​ຊີນ​ທີ່​ບໍ່​ຍຸດ​ຕິ​ທຳ​​ນັ້ນ ແມ່ນ​ໝາຍ​ຄວາ​ມ​ວ່າ​ຈະ​ມີ​ຄົນ​ເສຍ​ຊີ​ວິດ​ຫຼາຍ​ຂຶ້ນ, ຍິ່ງກວ່າ​ນັ້ນ, ຈະ​​ເຮັດ​ໃຫ້​ລະ​ບົບ​ສາ​ທາ​ລະ​ນະ​ສຸກແຕກ​ສະຫຼາຍ ແລະ ເສດ​ຖະ​ກິດ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກຫຼາຍກວ່າ​ເກົ່າ.

ກອງ​ປະ​ຊຸມ​ສຸດຍອດ​ຄັ້​ງ​ນີ້​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 24 ຫາ 26 ຕຸ​ລາ​ນີ້ ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເຂົ້​ຮ່ວມ 6.000 ກວ່າ​ຄົນ​ ໂດຍ​ມີ​ເຈົ້າ​ໜ້າ​ທີ່ ແລະ ຜູ້​ຊ່ຽວ​ຊານ 300 ກວ່າ​ທ່ານ​ຈາ​ກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ປະ​ເທດ​ຕ່າງໆ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້.

ຄຳ​ເຫັນ

0