黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງສະຖານີວິທະຍຸໂທລະພາບສູນກາງຈີນເນື່ອງ​ໃນໂອກາດເປີດຊ່ອງໂອລິມປິກ​ແລະເວທີດີຈີຕອນຂອງ​ຊ່ອງ​ໂອ​ລິມ​ປິກ

2021-10-25 17:41:51 CRI

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງສະຖານີວິທະຍຸໂທລະພາບສູນກາງຈີນເນື່ອງ​ໃນໂອກາດເປີດຊ່ອງໂອລິມປິກ​ແລະເວທີດີຈີຕອນຂອງ​ຊ່ອງ​ໂອ​ລິມ​ປິກ_fororder_webwxgetmsgimg (8)

 

ເນື່ອງໃນໂອກາດທີ່ສະຖານີວິທະຍຸໂທລະພາບສູນກາງຈີນໄດ້ເປີດຊ່ອງໂອລິມປິກ​ແລະເວທີດີຈີຕອນ​ຂອງ​ຊ່ອງ​ໂອ​ລິມ​ປິກຂອງໂທລະພາບສູນກາງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການ​ການ​ທະ​ຫານສູນກາງຈີນ ໄດ້ສົ່ງສານ​ສະ​ແດງ​ຄວາມຊົມເຊີຍອັນອົບອຸ່ນຕໍ່​ເຫດ​ການດັ່ງກ່າວ.

ໃນສານຊົມເຊີຍຂອງທ່ານ​ປະ​ທານ​ປະ​ເທດ​ຈີນໄດ້ລະບຸວ່າ: ຊ່ອງ​ໂອ​ລິມ​ປິກ​ຕ້ອງ​ໂຄ​ສະ​ນາ​ເຜີຍ​ແຜ່​ກິ​ລາ​ໂອ​ລິມ​ປິກ ແລະ ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ ເພື່ອ​ບັນ​ຍາຍ​ກ່ຽວ​ກັບ​ວຽກ​ງານ​ກິ​ລາ​ຂອງ​ຈີນ, ສົ່ງ​ເສີມ​ນ້ຳ​ໃຈ​ກິ​ລາ​ຂອງ​ຊົນ​ຊາດຈີນ ແລະ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ກິ​ລາ​ກັບ​ສາ​ກົນ, ຊຸກ​ຍູ້​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານອະ​ລິ​ຍະ​ທຳ ແລະ ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ພິ​ທີ​ເປີດ​ຊ່ອງ​ໂອ​ລິມ​ປິກ ແລະ ເວ​ທີ​ດີ​ຈີ​ຕອນ​​ຂອງ​ຊ່ອງ​ໂອ​ລິມ​ປິກຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 25 ຕຸ​ລາ​ນີ້. ໃນ​ພິ​ທີ, ໄດ້​ອ່ານ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ແລະ ສາຍ​ວິ​ດີ​ໂອ​ກ່ຽວ​ກັບ​ຄຳ​ຊົມ​ເຊີຍ​ຂອງ​ທ່ານ​ໂທ​ມາ​ສ ບາ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິ​ມ​ປິກສາ​ກົນ.

ຊ່ອງ​ໂອ​ລິມ​ປິກ​ເປັນ​ຜົນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ສຳ​ຄັນ​ລະ​ຫວ່າງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ແລະ ຄະ​ນະ​ກຳ​ມະ​ການ​ໂອ​ລິ​ມ​ປິກ​ສາ​ກົນ, ເປັນ​ຊ່ອງ​ກິ​ລາ​​ມື​ອາ​ຊີບ HD 4K ແລະ ໄດ້​ຊ່ອງ HD ມາດ​ຕະ​ຖານ ທີ່​ສົ່ງ​ຜ່ານ​ດາວ​ທຽມ​ຊ່ອງ​ທຳ​ອິດ​​ຂອງໂລກ.

ຄຳ​ເຫັນ

0