黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼີເຄີ້ສຽງຈະເຂົ້າຮ່ວມກອງປະຊຸມຕ່າງໆຂອງຜູ້ນຳການຮ່ວມມືອາຊີຕາເວັນອອກ

2021-10-25 20:33:58 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ຕຸ​ລາ​ນີ້, ທ່ານຫ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ແຈ້ງໃຫ້ຊາບ​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ຊຸນຕານຮາ​ຈີ ຮັດຊາ​ນານ ໂບນເກຍ ຂອງບ​ຣູ​ໄນ​​ທີ່​ເປັນ​ປ​ະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່ງ ສປຈີນ​ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​​ຈີນ-ອາ​ຊຽນ​ຄັ້ງ​ທີ 24, ກອງ​ປະ​ຊຸມ​​ສຸດຍອດອາ​ຊຽນກັບ​ຈີນ, ຍີ່​ປຸ່ນ, ສ.ເກົາ​ຫຼີ​ຄັ້ງ​ທີ 24 ແລະ ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 16 ເຊິ່ງຈະຈັດຂຶ້ນແຕ່​ວັນ​ທີ 26 ຫາ​ວັນ​ທີ 27 ຕຸ​ລາ​ນີ້. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ຜ່ານທາງວິ​ດີ​ໂອ.

ທ່ານ​ຫວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ປັດ​ຈຸ​ບັນ, ການ​ຮ່ວມມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ມີ​ທ່ວງທ່າທີ່ດີ​ງາມ, ກົນ​ໄກ​ການຮ່ວມ​ມື​ໃນອາ​ຊີ​ຕາ​ເວັນ​ອອກ​ທີ່​ຖື​ອາ​ຊຽນ​ເປັນ​ໃຈ​ກາງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດອັນ​ສຳ​ຄັນ​ໃນ​ດ້ານ​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຝ່າຍ​ຕ່າງໆ ກໍ່ຄືການ​ຮັກສາການພັດ​ທະ​ນາຢ່າງໝັ້ນ​ທ່ຽງ​ຂອງພາກພື້ນ​. ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ສືບ​ຕໍ່​ແຜ່​ລະ​ບ​າດ​ຢູ່​ພາ​ກ​ພື້ນ ຢ່າງ​ໜັກ​ໜ່ວງ, ກາ​ນ​ຟື້ນ​ຟູ​ເສດ​ຖະ​ກິດ​ກໍ​ບໍ່​ດຸນ​ດ່ຽງກັນ, ບາງ​ປະ​ເທດ​ໄດ້​ສ້າງ​ກຸ່ມກ້ອນໃນວົງແຄບ, ການ​ຮ່ວມ​ມື​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ໄດ້​ຜະ​ເຊີນ​ກັບ​ປັດ​ໄຈທີ່​ສັບ​ສົນ​ຫຼາຍກວ່າ​ເກົ່າ. ຈີນ​ຫວັງ​ວ່າ​ກອງ​ປະ​ຊຸມຕ່າງໆຂອງ​ຜູ້​ນຳການ​ຮ່ວມ​ມື​ຄັ້ງ​ນີ້​ຈະສາ​ມາດ​ສ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ, ລົງ​ເລິກ​ການ​ຮ່ວມ​ມື, ຮ່ວມ​ກັນຮັກ​ສາ​ທິດ​ທາງ​ການ​ຮ່ວມ​ມືທີ່​ຖືກ​ຕ້ອງ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​, ຮັກ​ສາຄວາມ​ຈະເລີນ​ຮຸ່ນ​ເຮືອງ ​ແລະ​ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0