尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນ​ໂຄວິດ-19 ຊີ​ໂນ​ແວກ​ທີ່​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ​ຟີ​ລິບ​ປິນ​ງວດ​ໃໝ່​ໄດ້​​ສົ່ງ​ໄປ​ຮອດ​ນະ​ຄອນ​ຫຼວງ​ມະ​ນີ​ລາ​ແລ້ວ

2021-10-25 15:16:04 cri

      ຕອນ​ຄ່ຳ​ວັນ​ທີ 24 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ວັກ​ຊີນ​ໂຄວິດ-19 ​​ຊີ​ໂນ​​ແວກ​ທີ່​​ລັດ​ຖະ​ບານຈີນ​​ໃຫ້​ການຊ່ວຍ​ເຫຼືອ​ຟີ​ລິບ​ປິນ​ງວດ​ໃໝ່​ໄດ້​ຂົນ​ສົ່ງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​ມະ​ນີ​ລາແລ້ວ. ໂດຍ​ມີ​​ຈຳ​ນວນທັງ​ໝົດ 1 ລ້ານ​ຫຼອດ,ຮັບ​ເໝົາ​ຂົນ​ສົ່ງ​ໂດຍ​ບໍ​ລິ​ສັດ​ການ​ບິນ​ຟີ​ລິບ​ປິນ. ວັກ​ຊີນ​ທີ່​​ຂົນ​ສົ່ງ​ໄປ​ໃນ​ເຮືອ​ບິນ​ລຳ​ດຽວ​​ກັນຍັງ​ມີ​ວັກ​ຊີນ​ໂຄວິດ-19 ​ຊີ​ໂນ​ແວກ​ທີ່​ລັດ​ຖະ​ບານ​ຟີ​ລິບ​ປິນ​ຈັດ​ຊື້​ ​ທັງ​ໝົດ 2 ລ້ານ​ຫຼອດ.

      ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຟີ​ລິບ​ປິນ​ໄດ້​ຮັບ​ວັກ​ຊີນ​ໂຄວິດ-19 ຊີ​ໂນ​ແວກທັງ​ໝົດ 44,5 ລ້ານ​ຫຼອດ ແລະ​ວັກ​ຊີນ​ໂຄວິດ-19 ຊີນ​ໂນ​ຟາມທັງ​ໝົດ 1 ລ້ານ​ຫຼອດ, ໃນ​ນັ້ນ​ວັກ​ຊີນ​ໂຄວິດ-19 ​ຊີ​ໂນ​ແວກ 2 ລ້ານ​ຫຼອດ​ແລະ​ວັກ​ຊີນ​ໂຄວິດ-19 ​ຊີນ​ໂນ​ຟາມ 1 ລ້ານ​ຫຼອດ​ແມ່ນ​ລັດ​ຖະ​ບານ​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ລ້າ.

ຄຳ​ເຫັນ

0