蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​​ສົ່ງ​ດາວ​ທຽມ​ສື​ຈ້ຽນ 21 ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ປະ​ສົບ​ຜົນ​ສຳ​ເລັດ

2021-10-25 14:34:43 CRI

ເວ​ລາ 9 ໂມງ 27 ນາ​ທີ​ຂອງວັນ​ທີ 24 ຕຸ​ລາ​ນີ້, ຈີນ​ໄດ້​​ສົ່ງ​ດາວ​ທຽມ​ສື​ຈ້ຽນ 21 ​ຂຶ້ນ​ສູ່​ອະ​ວະ​ກາດ ດ້ວຍ​ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ ຂ ​ເລກ 3 ​ຈາກ​ຖານ​ສົ່ງ​ດາວ​ທຽມ​ຊີ​ຊາງ. ດາວ​ທຽມ​ຖືກ​ສົ່ງ​ເຂົ້າ​ວົງ​ໂຄ​ຈອນຕາມ​ທີ່​ກຳ​ນົດ​ໄວ້​ຢ່າງ​ສຳ​ເລັດ​ຜົນ.

​ໜ້າ​ທີ່​ຕົ້ນ​ຕໍ​ຂອງດາວ​ທຽມ​ສື​ຈ້ຽນ 21 ຈະ​ນຳ​ໃຊ້​ໃຊ້​ເຂົ້າ​ໃນ​ການ​ທົດ​ລອງ​ແລະ​ທົດ​ສອບ​ເຕັກ​ນິກ​ຫຼຸດຄວາມ​ໄວ​ຂອງ​ຂີ້​ເຫຍື້ອອະ​ວະ​ກາດ.

ນີ້​ເປັນ​​ການ​ສົ່ງ​ຍານ​ຂຶ້ນ​ສູ່​ອະ​ວະ​ກາດ​ຄັ້ງ​ທີ 393 ຂອງ​ລະ​ບົບ​ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ.

ຄຳ​ເຫັນ

0