尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວວ່າ: ການຢ້ຽມຢາມ 4 ປະເທດເອີຣົບຂອງທ່ານ ຫວາງຢີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາທີ່ຕັ້ງໜ້າຂອງຈີນຢ່າງເຕັມສ່ວນ

2021-10-25 20:17:35 cri

     ວັນທີ 25 ຕຸລານີ້, ທ່ານ ຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຊາບວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານນີຄອສ ເດັນເດຍສ໌ ລັດຖະມົນຕີກະຊວງການຕ່າງປະເທດເກຼັກ, ທ່ານ ນີໂຄລາ ເຊລາໂຄວິກ ລັດຖະມົນຕີກະຊວງການຕ່າງປະເທດແຊກບີ, ທ່ານນາງ ໂອຕ ຊັກຄາ ລັດຖະມົນຕີກະຊວງການຕ່າງປະເທດອານບານີ ແລະ ທ່ານ ລຸຍກີ ດີ ໄມໂອ ລັດຖະມົນຕີກະຊວງການຕ່າງປະເທດອີຕາລີ, ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມເກຼັກ, ແຊກບີ, ອານບານີ ແລະ ອີຕາລີ ນັບແຕ່ວັນທີ 27 ຫາ 29 ຕຸລານີ້.

        ທ່ານ ຫວ່າງເວີນປິ່ນ ກ່າວວ່າ: ເກຼັກ, ແຊກບີ, ອານບານີ ແລະ ອີຕາລີແມ່ນຄູ່ຮ່ວມມືທີ່ສຳຄັນຂອງຈີນຢູ່ເອີຣົບ. ຈີນ ແລະ 4 ປະເທດດັ່ງກ່າວມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືໃນຂົງເຂດຕ່າງໆມີຄວາມ    ແໜ້ນແຟ້ນ, ການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນທີ່ອຸດົມສົມບູນ. ການຢ້ຽມຢາມ 4 ປະເທດຂອງທ່ານ ຫວາງຢີ້ ໃນຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາທີ່ຕັ້ງໜ້າຂອງຈີນໃນການປັບປຸງສາຍພົວພັນມິດຕະພາບສອງຝ່າຍລະຫວ່າງຈີນກັບ 4 ປະເທດໃຫ້ດີຂຶ້ນ, ທັງລົງເລິກການຮ່ວມມືລະຫວ່າງຈີນກັບປະເທດເອີຣົບກາງແລະເອີຣົບຕາເວັນອອກ ແລະ ຊຸກຍູ້ການພົວພັນລະຫວ່າງຈີນ-ເອີຣົບໃຫ້ໄດ້ຮັບການພັດທະນາຢ່າງໝັ້ນທ່ຽງແລະປອດໃສ.

        ໃນໄລຍະຢ້ຽມຢາມ, ທ່ານ ຫວາງຢີ້ ຍັງຈະດຳເນີນການສົນທະນາກັບບັນດາຝ່າຍຢ່າງເລິກເຊິ່ງ ເພື່ອສົ່ງເສີມມິດຕະພາບອັນເປັນມູນເຊື້ອ ທັງລົງເລິກການຮ່ວມມືທີ່ແທ້ຈິງ ແລະ ຊຸກຍູ້ການພັດທະນາຮ່ວມກັນ.

ຄຳ​ເຫັນ

0