何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ນີ້​ເປັນ​ມື້​ໜຶ່ງ​ທີ່​ເປັນ​ທຳ

2021-10-25 16:01:21 CRI

 

ຕອນ​ເຊົ້າ​ວັນ​ທີ 25 ຕຸ​ລາ​ນີ້, ​ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໂດຍ​ຜ່ານ​ທາງວີ​ດີ​ໂອ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ວ່າ, ໃນ​ວັນ​ທີ 25 ຕຸ​ລາ ເມື່ອ 50 ປີ​ກ່ອນ, ສ​ປ​ຊໄດ້​ຟື້ນ​ຟູ​ທີ່​ນັ່ງ​ຂອງ​ສ​ປ​ຈີນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ນີ້​ແມ່ນ​ມື້​ໜຶ່ງ​ທີ່​ເປັນ​ທຳ, ທ່ານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ເລື່ອງ​ນີ້.

 

ທ່ານ​ກູ​ເຕີ​ເຣັ​ສ​ກ່າວ​ວ່າ, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ນຳ​ເອົາ​ໂອ​ກາດ​ໃຫ້ກັບ​ໂລກ. ​ສ​ປ​ຊ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຕໍ່​ປະ​ເທດ​ຈີນ​ທີ່​ຍຶດ​ໝັ້ນ​ໃນ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ ແລະ​​ໄດ້ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ. ປະ​ຊາ​ຄົມ​ໂລກ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ກັນ, ຍຶດ​ໝັ້ນໃນ​ລັດ​ທິຫຼາຍ​ຝ່າຍ, ປັບ​ປຸງ​ການ​ຄຸ້ມ​ຄອງ​ໂລກ, ບັນ​ລຸ​ເປົ້າ​ໝາຍຄວາມ​ຍຸ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ໃຫ້ຫຼາຍກວ່າ​ເກົ່າ. ລັດ​ທິ​ຝ່າຍ​ດຽວ​ແມ່ນ​ສິ່ງ​ທີ່​ບໍ່​ສາ​ມາດຍອມ​ຮັບ​ໄດ້​ຢ່າງ​ເດັດ​ຂາດ.

 

ທ່ານ​ຍັງ​ກ່າວ​ຕື່ມ​ວ່າ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ປະ​ເທດ​ຈີນ​ຢ່າງ​ສູງ​​ທີ່ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປ້ອງຊີ​ວະ​ນາ​ນາ​ພັນ, ແລະ​ຊຸກ​ຍູ້​ໃຫ້​ວັກ​ຊີນ​ໂຄວິດ-19 ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ. ໂລກ​ຄວນ​ປະ​ຕິ​ບັດ​ຕາມຫຼັກ​ການ​ທີ່​ບັນ​ດາ​ປະ​ເທດຍອມ​ຮັບ​ໄດ້, ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ຜ່ານ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ. ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ໝາຍ​ທີ່​ຕັ້ງ​ໜ້າ​ຕໍ່​​ກັບການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່​ສະ​ເໝີ​ພາບ​ກັນ​ແລະ ດຸນ​ດ່ຽງ​ກັນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ສ່ວນ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​​ກ່ຽວ​ກັບເລື່ອງ​ນີ້.

ຄຳ​ເຫັນ

0