尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫຼີວ​ເຮີ້ ສົນ​ທະ​ນາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ຜ່ານ​ທາງ​ວິ​ດີ​ໂອ

2021-10-26 11:03:06 cri

      ຕອນ​ເຊົ້າ​ຂອງ​ວັນ​ທີ 26 ຕຸ​ລາ​ນີ້, ທ່ານ ຫຼີວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ຮອບ​ດ້ານ​ຈີນ-ອາ​ເມ​ຣິ​ກາ​ໄດ້​ສົນ​ທະ​ນາ​​ກັບ​ທ່ານ ຈາ​ເນັດ ເຢ​ເລັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ຕາມ​ການ​ເຊື້ອ​ເຊີນຜ່ານ​ທາງວິ​ດີ​ໂອ. ສອງ​ຝ່າຍ​ໄດ້ແລກ​ປ່ຽນຄວາມ​ຄິດ​ເຫັນ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ,ຈິງ​ໃຈ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ​ກ່ຽວ​ກັບ​​ສະ​ພາບເສດ​ຖະ​ກິດ​ມະ​ຫາ​ພາກ​​ກໍ​ຄື​ການ​ຮ່ວມ​ມືສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ.
 

      ສອງ​ຝ່າຍ​ເຫັນ​ວ່າ: ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ, ​ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ທີ່ຈີນ​ແລະ​ອາ​ເມ​ຣິ​ກາ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັນ​ດ້ານ​ນະ​ໂຍ​ບາຍ​ມະ​ຫາ​ພາກ. ຈີນ​ມີ​ຄວາມ​ສົນ​ໃຈ​ໃນ​ຫຼາຍ​ບັນ​ຫາ​ລວມ​ທັງ​ຢາກ​ໃຫ້​ອາ​ເມ​ຣິ​ກາ​ຍົກ​ເລີກ​ການ​ຂຶ້ນ​ພາ​ສີ​ແລະ​ການ​ຂວ້ຳ​ບາດ,ແລະປະ​ຕິ​ບັດ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ຢ່າງ​ຍຸດ​ຕິ​ທຳ​ແລະ​ບັນ​ຫາ​ອື່ນໆ. ສອງ​ຝ່າຍ​ຍິນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ນຳກັນ.

ຄຳ​ເຫັນ

0