ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 25 ຕຸລານີ້, ທ່ານ ອັນໂຕນີໂອ ກູເຕີເຣສ໌ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ປະກາດແຕ່ງຕັ້ງທ່ານນາງ ເນລີນ ເຮເຊີ ສັນຊາດສິງກະໂປໃຫ້ດຳລົງຕຳແໜ່ງເປັນທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບບັນຫາມຽນມາຄົນໃໝ່.
ອົງການສະຫະປະຊາຊາດໄດ້ແຈ້ງໃຫ້ຮູ້ວ່າ: ທ່ານນາງ ເນລີນ ເຮເຊີ ອາຍຸ 73 ປີ ເຄີຍດຳລົງຕຳແໜ່ງຂັ້ນສູງຫຼາຍຕຳແໜ່ງຢູ່ອົງການສະຫະປະຊາຊາດ. ນາງຈະເຂົ້າຮັບໜ້າທີ່ແທນທ່ານ ຄຣິສຕິນ ເບີກເນີ ຄົນສັນຊາດສະວິສ,ແລ້ວດຳລົງຕຳແໜ່ງເປັນທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບບັນຫາມຽນມາຄົນໃໝ່. ທ່ານນາງ ເນລີນ ເຮເຊີ ໄດ້ປະຕິບັດໜ້າທີ່ເລຂາຜູ້ບໍລິຫານຂອງຄະນະກຳມະການເສດຖະກິດສັງຄົມອາຊີປາຊີຟິກຂອງອົງການສະຫະປະຊາຊາດໃນປີ 2007 ຫາປີ 2014,ເປັນແມ່ຍິງຄົນທຳອິດທີ່ໄດ້ດຳລົງຕຳແໜ່ງດັ່ງກ່າວ. ໃນປີ 2013 ຫາປີ 2015,ນາງຍັງໄດ້ປະຕິບັດໜ້າທີ່ເປັນທີ່ປຶກສາພິເສດກ່ຽວກັບບັນຫາຕີມໍເລັສເຕຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ.
ຄຳເຫັນ
0