蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶ​ກ​ສາ​ຫາ​ລື​ຂັ້ນ​ສູງວ່າ​ດ້ວຍ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ຍືນ​ຍົງ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນໜານ​ໜິງ

2021-10-26 10:26:39 CRI

ວັນ​ທີ 25 ຕຸ​ລາ​ນີ້, ເວ​ທີ​ປຶ​ກ​ສາ​ຫາ​ລື​ຂັ້ນ​ສູງວ່າ​ດ້ວຍ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ຍືນ​ຍົງ​ຈີນ-ອາ​ຊຽນ​ ແລະ ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ສິ່ງ​ແວດ​ລ້ອມ​ຈີນ-ອາ​ຊຽນ​ປີ 2021 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ ໂດຍ​ຜ່ານ​ທາງ​ອອນ​ລາຍ ແລະ ​ອອ​ຟ​ລາຍ.

ຜູ້​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ສິ່ງ​ແວດ​ລ້ອມ​ຈີນ-ອາ​ຊຽນ ແລະ ການ​ເປີດ​ສູນ​ການ​ຮ່ວມ​ມື​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ-ອາ​ຊຽນ​ໃນ​ 10 ປີ​ມາ​ນີ້ ແລະ ຫວັງ​ວ່າ: ໂດຍ​ຖື​​ເອົາກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ກາ​ລະ​ໂອ​ກາດ, ​ຄວນສືບ​ຕໍ່​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ ເພື່ອ​ເຮັດ​ໃຫ້​ແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ໄດ້​ຝັງ​ເລິກ​ຢູ່ໃນ​ໃຈ​ຂອງ​ຄົນ​ທັງຫຼາຍ ແລະ ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ-ອາ​ຊຽນ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ.

ປີ 2021 ແມ່ນ​ປີ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຈີນ-ອາ​ຊຽນ, ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ເປັນ​ກິດ​ຈະ​ກຳ​ສຳ​ຄັນ​ຂອງ​ປີ​ຮ່ວມ​ມື​ດັ່ງ​ກ່າວ.

 

ຄຳ​ເຫັນ

0