蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ຕາ​ລີ​ບັນ

2021-10-27 14:44:27 CRI

ວັນ​ທີ 26 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ທີ່​ພວມ​ຢ້ຽມ​ຢາມ​ກາ​ຕາ ໄດ້​ພົບ​ປະ​ກັບ​ທ່ານ​ອາ​ເມຍ ຄານ ມູ​ຕາ​ຈີ ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊົ່າ​ວ​ຄາວ​ຕາ​ລີ​ບັນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ ຢູ່​ນະ​ຄອນຫຼວງ​ໂດ​ຮາ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ຈີນ​ເຄົາ​ລົບ​ການ​ຕັດ​ສິນ​ໃຈ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ໃນ​ການ​ຄົ້ນ​ຄວ້າ​ເສັ້ນ​ທາງ​ການ​ພັດ​ທະ​ນາ ແລະ ຮູບ​ແບບ​ການ​ປົກ​ຄອງ ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ເຄົາ​ລົບ​ອະ​ທິ​ປະ​ໄຕ​, ເອ​ກະ​ລາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງ​ອັ​ຟ​ກາ​ນິ​ສະ​ຖານ. ຈີນ​ເອົາ​ໃຈ​ໃສ່​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ, ຈີນ​ຍິນ​ດີ​ສື​ບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ອັ​ຟ​ກາ​ນິ​ສະ​ຖານ​ຕາມຄວາມ​ສາ​ມາດ​ຂອງ​ຕົນ. ຈີນ​ຍິນ​ດີ​ຄົ້ນ​ຄວ້າ​​ແຜນ​ການດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ການສ້າງ​ສາ​​ປະ​ເທດຄືນ​ໃໝ່​ດ້ານ​ເສດ​ຖະ​ກິດ​​ໃຫ້ກັບ​ອັ​ຟ​ກາ​ນິ​ສະ​ຖານ ພາຍຫຼັງ​ອັ​ຟ​ກາ​ນິ​ສະ​ຖານໄດ້​ຟື້ນ​ຟູ​ສະ​ຖຽນ​ລະ​ພາບ ແລະ ມີ​ເງື່ອນ​ໄຂ​​ດ້ານ​ຄວາມປອດ​ໄພ​ແລ້ວ.

ທ່ານ​ອາ​ເມຍ ມູ​ຕາ​ຈີ ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ຂອງ​ຈີນ ແລະ ກ່າວ​ວ່າ: ຈະ​​ນຳໃຊ້​ການ​ຊ່ວຍ​ເຫຼືອ​​ຈາກຈີນ​ເຂົ້າ​ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ໃນ​ຂະ​ນະ​ດຽວ​ກັນ, ກໍ​ຈະພະ​ຍາ​ຍາມ​ບັນ​ລຸ​ການ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ. ອັ​ຟ​ກາ​ນິ​ສະ​ຖານ​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການບັນ​ລຸ​ຄວາມ​ມີ​ສະ​ຖ​ຽນ​ລະ​ພາບ​ຂອງ​ຕົນ​​, ໃນ​ຂະ​ນະ​ດຽວ​ກັນ, ກໍ​ຈະ​ຊຸກ​ຍູ້​​ການ​ສ້າງສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ທ່ານ​ກ່າວ​ເນັ້ນ​ຕື່ມ​ວ່າ: ອົງ​ການ​ຕາ​ລີ​ບັນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ຈະ​ເດັດ​ດ່ຽວ​ຫ້າມ​ບໍ່ໃຫ້​ບຸກ​ຄົນ​ໃດໆ ຫຼື ອິດ​ທິ​ກຳ​ລັງ​ໃດໆ ໃຊ້​ດິນ​ແດນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ເປັນ​ບ່ອນ​ດຳ​ເນີນ​ການ​ເຄື່ອນ​ໄຫວ ເພື່ອ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຈີນ.

ສອງ​ຝ່າຍ​ເຫັນ​ດີ​ຈະສ້າງ​ກົນ​ໄກ​ປະ​ສານ​ງານ​​ວຽກ​ງານ ເພື່ອ​ປຶກ​ສາ​ຫາ​ລືກັນ​ຕື່ມ​ອີກ.

ຄຳ​ເຫັນ

0