蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື​​ກ່ຽວ​ກັບການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ 172 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ

2021-10-27 14:39:26 CRI

ວັນ​ທີ 26 ຕຸ​ລາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ໃຫ້​ກັບ​ສາ​ກົນ​ໃນ​ການຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ. ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ສາ​ກົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ມາ​ຮອ​ດ​ປັດ​ຈຸ​ບັນ, ຈີນ​ໄດ້​ເຊັນເອ​ກະ​ສານ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” 206 ສະ​ບັບກັບ 140 ກວ່າປະ​ເທດ ແລະ 32 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ພ້ອມ​ທັງ​ໄດ້​ສ້າງ​ ຮ່ວມ​ມື​ສອງ​ຝ່າຍ 90 ກວ່າກົນ​ໄກ.

ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ວ່າ: ໃນ​ໄລ​ຍະ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຈີນ​ເຫັນວ່າ: ໂຄງ​ການ​ສຳ​ຄັນ​ຕ່າງໆ ເຊັ່ນ: ທາງ​ລົດ​ໄຟ​ລາວ-ຈີນ, ທາງ​ລົດ​ໄຟ​ຮົງ​ກາ​ລີ-ແຊກ​ບີ ແລະ ອື່ນໆ ລ້ວນ​ແຕ່​ໄດ້​ມີ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ; ​​ຖ້ຽວ​ລົດ​ໄຟ ແລະ ຍອດ​ຈຳ​ນວນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ທາງ​ລົດ​ໄຟ​ຈີນ-ເອີ​ຣົບ ຕ່າງ​ໄດ້​ເພີ່ມ​ຂຶ້ນ 50% ແລະ 56% ຕາມ​ລຳ​ດັບ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້; ການ​ລົງ​ທຶນ​ໂດຍ​ກົງ​​ທີ່​ບໍ່​ແມ່ນ​​ປະ​ເພດການ​ເງິນຂອງ​ຈີນ​ຢູ່ປະ​ເທດ​ລຽບ​ຕາມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ໄດ້​ເພີ່ມ​ຂຶ້ນ 18,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ຈີນ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອແກ່​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ທີ່​ມີ​ຄວາມ​ຕ້ອງ​ການ ໂດຍ​ບໍ່​ວາງ​ເງື່ອນ​ໄຂ​ການ​ເມືອງ​ໃດໆ ເພື່ອ​ຮັບ​ໃຊ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0