尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຍິນ​ດີ​ສືບ​ຕໍ່​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​​ກັບ​ອາ​ຊຽນ

2021-10-27 17:00:27 cri

      ຕອນ​ຄ່ຳ​ວັນ​ທີ 26 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ມຽນ​ມາ​ບໍ່​ໄດ້ແຕ່ງ​ຕັ້ງ​ຜູ້​ຕາງ​ໜ້າຂອງ​ຕົນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 38 ແລະ​ຄັ້ງ​ທີ 39 ທີ່​ໄຂ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ,ບໍ່​ໄດ້​ໝາຍ​​ຄວາມ​ວ່າ​ມຽນ​ມາ​ຈະ​ຕໍ່​ຕ້ານ​ຫຼື​ກີດ​ກັນອາ​ຊຽນ,ມຽນ​ມາ​ຍິນ​ດີ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ຂອງ​ກົດ​ບັດ​ອາ​ຊຽນ,ສືບ​ຕໍ່​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​​ກັບ​ອາ​ຊຽນ,ດຳ​ເນີນ​ການ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເຊິ່ງ​ລວມ​ທັງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບກັນ 5 ຂໍ້.

      ຖະ​ແຫຼງ​ການ​ກ່າວ​ວ່າ: ມຽນ​ມາ​ພຽງ​ແຕ່​ຮັບ​ຮອງ​ໃຫ້​​ປະ​ມຸກ​ລັດປະ​ເທດ,​ຫົວ​ໜ້າ​ລັດ​ຖະ​ບານ​ຫຼື​ເຈົ້າ​ໜ້າ​ທີ່​ລະ​ດັບ​ລັດ​ຖະ​ມົນ​ຕີ​ຕາງ​ໜ້າ​ມຽນ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ,ບ​ຣູ​ໄນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາຊຽນ​ໄດ້​ຫຼຸດ​ລະ​ດັບ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ມຽນ​ມາ,ມຽນ​ມາ​ມີ​ແຕ່​ຈະ​​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້.

      ກອງ​ປະ​ຊຸມ​ສຸດຍອດ​ອາຊຽນ​ຄັ້ງ​ທີ 38 ແລະ​ຄັ້ງ​ທີ 39 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບັນ​ດາ​ເຊ​ຣີ​ເບ​ກາ​ວັນ​ປະ​ເທດບ​ຣູ​ໄນ​ໃນ​ຕອນ​ເຊົ້າ​ວັນ​ທີ 26 ຕຸ​ລາ​ນີ້​ໂດຍ​ຜ່ານ​ທາງວິ​ດີ​ໂອ.

ຄຳ​ເຫັນ

0