黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍ​ແຜ່ປຶ້ມປົກ​ຂາວ​ວ່າ​ດ້າຍ “​ນະ​ໂຍ​ບາຍ​ແລະ​ການ​​ປະ​ຕິ​ບັດ​ງານ​ຂອງ​ຈີນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”

2021-10-27 16:55:48 cri

​ເວ​ລາ 15 ໂມງ​ຂອງ​ວັນ​ທີ 27 ຕຸ​ລາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ​ໂດຍ​ໄດ້​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​ວ່າ​ດ້ວຍ  “​ນະ​ໂຍ​ບາຍ​ແລະ​ການ​​ປະ​ຕິ​ບັດ​ງານ​ຂອງ​ຈີນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”.

ປຶ້ມ​ປົກ​ຂາວ​ລະ​ບຸ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າກາດ​ແມ່ນ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ​ຂອງ​ມວນ​ມະ​ນຸດ. ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ແລະ​ດ້ານ​ອື່ນໆ, ໄດ້​ປະ​ຕິ​ບັດ​ຍຸດ​ທະ​ສາດ, ມາດ​ຕະ​ການ​ແລະ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ເຊິ່ງ​ໄດ້​ມີ​ຜົນ​ງານ​​ທີ່​ຕັ້ງ​ໜ້າ​ໃນ​ດ້າ​ນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ.

ປຶ້ມ​ປົກ​ຂາວ​ຂຽນ​ວ່າ: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ຈີນ​ໄດ້​ເກີດ​​ມີການ​ປ່ຽນ​ແປງ​ຄັ້ງປະ​ຫວັດ​ສາດ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ຫຼຸດ​ການ​​ປ່ອຍ​ມົນ​ລະ​ພິດ​​ກໍ​ຄື​ການ​ຫຼຸດ​ການ​​ປ່ອຍກາກບອນ​ດິ​ອົກ​ຊິດໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນໃນ​ການ​ປະ​ສົມ​ປະ​ສານ​ກັນ, ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ໃນ​ເວ​ລາ​ທີ່​ເສດ​ຖະ​ກິດ​ສັງ​ຄົມ​ພັດ​ທະ​ນາ​ຢ່າງ​ປອດ​ໃສ​ແລະ​ຕໍ່​ເນື່ອງ, ການ​​ປ່ອຍກາກບອນ​ດິ​ອົກ​ຊິດ​ໄດ້​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ. ພະ​ລັງ​ງານ​ທີ່​ບໍ່​​ແມ່ນ​ພະ​ລັງ​ງານ​ປອດ​ຊິດ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ການ​ສິ້ນ​ເປືອງ​ພະ​ລັງ​ງານ​ກໍ​ໄດ້​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ, ໂຄງ​ປະ​ກອບ​​ຂອງ​ການ​ນຳ​ໃຊ້​ພະ​ລັງ​ງານກໍ​ໄດ້​ເລັ່ງ​ລັດ​ຫັນ​ເປັນ​ການ​ໃຊ້​ພະ​ລັງ​ງານ​ສະ​ອາດ​ແລະ​ກາກບອນ​ຕ່ຳ, ການດຳ​ລົງ​ຊີ​ວິດ​ຕາມ​ທິດ​ສີ​ຂຽວ​ແລະ​ກາກບອນ​ຕ່ຳ​ກໍ​ໄດ້​ກາຍ​ເປັນ​ແຟ​ຊັນ​ໃໝ່​ແລ້ວ.

ປຶ້ມ​ປົກ​ຂາ​ວ​ຍັງກ່າວ​ຕື່ມ​ວ່າ: ຈີນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​​ການ​ປະ​ກອບ​ສ່ວນ​ທີ່ເປັນ​ເຈົ້າ​ການ​ຢ່າງ​ແທ້​ຈິງ, ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ກາ​ນ​​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ​ໃຫ້​ເຂົ້າກັບ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ສຸມ​ຄວາມ​ພະ​ຍາ​ຍາມ​ແລະ​​ປະ​ກອບ​ສ່ວນ​ຫຼາຍກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ, ແລະ​ເຮັດ​ໃຫ້​ໜ່ວຍ​ໂລກ​ທີ່​ເປັນ​ບ້ານ​ເມືອງ​ຮ່ວມ​ສວຍ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0