黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼີ​ເຄີ້​ສຽງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ອາ​ຊຽນ​ຄັ້ງ​ທີ 24

2021-10-27 15:03:36 CRI

ຕອນບ່າຍວັນທີ 26 ຕຸລານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 24 ໂດຍຜ່ານທາງວີດີໂອ ຢູ່ຫໍສະພາປະຊາຊົນຈີນ.

ທ່ານຫຼີເຄີ້ສຽງກ່າວວ່າ: ຈີນຖືອາຊຽນເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດກັບປະເທດອ້ອມຂ້າງຂອງຈີນຢ່າງສະເໝີຕົ້ນສະເໝີປາຍ, ຈີນຈະເຮັດຄືດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາ ເດັດດ່ຽວສະໜັບສະໜູນການສ້າງປະຊາຄົມຮ່ວມອາຊຽນ, ເດັດດ່ຽວສະໜັບສະໜູນຖານະໃຈກາງຂອງອາຊຽນໃນຂອບພາກພື້ນແຫ່ງນີ້, ເດັດດ່ຽວສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າໃນວຽກງານພາກພື້ນແລະສາກົນ. ຈີນຍິນດີຮ່ວມກັບອາຊຽນຈັດກອງປະຊຸມສຸດຍອດເພື່ອລະນຶກການສ້າງຕັ້ງສາຍພົວພັນຄູ່ເຈລະຈາລະຫວ່າງສອງຝ່າຍຄົບຮອບ 30 ປີ, ຮ່ວມກັນປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງອາຊີ.

ປະເທດອາຊຽນໄດ້ສະແດງຄວາມຊົມເຊີຍຈີນທີ່ໄດ້ໃຫ້ການຊ່ວຍເຫຼືອວັກຊີນ ແລະວັດຖຸອຸປະກອນການແພດໃຫ້ແກ່ປະເທດອາຊຽນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ຍິນດີຮ່ວມກັບຝ່າຍຈີນສືບຕໍ່ຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ. ປະເທດອາຊຽນຍິນດີຮ່ວມກັບຝ່າຍຈີນຈັດຕັ້ງປະຕິບັດ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້” ຫຼື DOC ຢ່າງຮອບດ້ານແລະມິປະສິດທິຜົນ, ຊຸກຍູ້ໃຫ້ບັນລຸຂໍ້ຕົກລົງກ່ຽວກັບ “ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້” ຫຼື COC ທີ່ມີປະສິດທິຜົນ ແລະ ມີເນື້ອໃນແທ້ຈິງໂດຍໄວ. ຫວັງວ່າ “ສັນຍາສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຈະມີຜົນສັກສິດໂດຍໄວ ແລະ ຫວັງຢາກຮ່ວມກັບຝ່າຍຈີນຈັດກອງປະຊຸມສຸດຍອດເພື່ອລະນຶກການສ້າງຕັ້ງສາຍພົວພັນຄູ່ເຈລະຈາສອງຝ່າຍຄົບຮອບ 30 ປີ.

ກອງປະຊຸມໄດ້ອອກ “ຖະແຫຼງການຮ່ວມຈີນ-ອາຊຽນກ່ຽວກັບການຮ່ວມມືເພື່ອສະໜັບສະໜູນຂອບຟື້ນຟູອາຊຽນຮອບດ້ານ” ແລະ “ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງຈີນ-ອາຊຽນໃນການພັດທະນາແບບສີຂຽວແລະຍືນຍົງ”

ຄຳ​ເຫັນ

0