尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​ອະ​ນຸ​ມັດ​ໃຫ້​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ 3 ແກ່​ຜູ້​​ທີ່ເຮັດ​ວຽກ​ດ້ານ​ສາ​ທາ​ລະ​ນະ​ສຸກ,ຜູ້​ເຖົ້າ​ແລະ​ອື່ນໆ

2021-10-27 17:00:57 cri

      ວັນ​ທີ 26 ຕຸ​ລາ​ນີ້, ​ໂຄ​ສົກ​ຂ່າວ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຮູ້​ວ່າ: ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ​ໄດ້​ອະ​ນຸ​ມັດ​ໃຫ້​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ 3 ແກ່​ຜູ້​ທີ່​ເຮັດ​ວຽກ​ດ້ານ​ສາ​ທາ​ລະ​ນະ​ສຸກ​,ຜູ້​ເຖົ້າທີ່​ໄດ້​ສັກ​ວັກ​ຊີນ​ສອງ​ເຂັມ​ແລ້ວ,ພວກ​ເຂົາ​ເຈົ້າ​ກໍ​ແມ່ນ​ຜູ້​ສັກ​ວັກ​ຊີນ​ໂຄວິດ-19 ​ກຸ່ມທຳ​ອິດ​ຫຼັງ​ໄດ້​ດຳ​ເນີນ​ແຜນ​ການ​ພູມ​ຕ້ານ​ທານ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ດັ່ງ​ກ່າວ​ໃນ​ຕົ້ນ​ເດືອນ​ມີ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ.
 

      ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ຮຽກ​ຮ້ອງ​ໃຫ້​ ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈົ່ງ​ເພີ່ມ​ຄວາມ​ພະ​ຍາ​ຍາມ,ຊັກ​ຊວນ​ປະ​ຊາ​ຊົນ​ທີ່​ບໍ່​ທັນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19​ ໃຫ້​ໄປ​ສັກ​ວັກ​ຊີນ​ເພື່ອຍົກ​ສູງ​ອັດ​ຕາ​ການ​ສັກ​ວັກ​ຊີນ​ຢູ່​ແຫ່ງ​ຕ່າງໆ,ເພື່ອ​ບັນ​ລຸ​ເປົ້າ​ໝາຍ​​ການ​ສັກ​ວັກ​ຊີນ​ໂຄວິດ-19 ​ໃຫ້​ໄດ້ 50 ລ້ານ​ຄົນ​​ກ່ອນ​ທ້າຍ​ປີ​ນີ້. ທ່ານ​ກ່າວ​ເຕືອນ​ວ່າ: ຖ້າ​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຈະ​ຖືກ​ກ່າວ​​ຄວາມ​ຮັບ​ຜິດ​ຊອບ.
 

      ຟີ​ລິບ​ປິນ​ໄດ້​ດຳ​ເນີນ​ແຜນ​ການພູມ​ຕ້ານ​ທານ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 1 ມີ​ນາ​ປີ​ນີ້, ຢູ່​ເຂດ​ເມ​ໂຕ​ຣມະ​ນີ​ລາ​ໄດ້​ມີ​ປະ​ຊາ​ກອນ​ຫຼາຍກວ່າ 85% ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ. ອັດ​ຕາ​ການ​ຕິດ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ຫຼຸດ​ຕ່ຳ​ລົງ​ບໍ່​ເຖິງ 0,46%. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 26 ຕຸ​ລາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ໃນ​ມື້​ດັ່ງ​ກ່າວ​ມີ​ທັງ​ໝົດ​ເຖິງ 4.393 ກໍ​ລະ​ນີ,ເສຍ​ຊີ​ວິດແລ້ວ 135 ​ຄົນ.

ຄຳ​ເຫັນ

0