黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ່​ວ່າ​ຜູ້​ໃດ​ກໍ​ຕາມ ​​ຢາກຫຼິ້ນ​ເກມ​ໃນ​ບັນ​ຫາ​ໄຕ້​ຫວັນຈະ​ເປັນ​ການຫຼິ້ນ​ກັບ​ໄຟ​ທັງ​ນັ້ນ

2021-10-28 15:13:30 CRI

ວັນ​ທີ 27 ຕຸ​ລານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຈ່າງ​ຈຸ່ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​​ຂຽນ​ບົດ​ຄວາມ​​ລົງໃນ​ສື່​ສັງ​ຄົມ​ອອນ​ລາຍ ໂດຍ​ກ່າວ​ວ່າ: ເນື້ອ​ໃນ​ແອບ​ແຝງ​ໃນຫຼັກການ “ປະເທດຈີນດຽວ” ແລະ ຂໍ້ກຳນົດທີ່ລະບຸໄວ້ໃນມະຕິ 2758 ຂອງອົງການສະຫະປະຊາຊາດແມ່ນຈະແຈ້ງທີ່ສຸດ, ບໍ່ຄວນບິດເບືອນແລະຕີຄວາມໝາຍໄປໃນທາງທີ່ຜິດພາດ. ຫ້າມບໍ່ໃຫ້ແຊກແຊງວຽກງານພາຍໃນຂອງຈີນຢ່າງເດັດຂາດ. ບໍ່​ວ່າ​ຜູ້​ໃດ​ກໍ​ຕາມ ​​ຢາກຫຼິ້ນ​ເກມ​ໃນ​ບັນ​ຫາ​ໄຕ້​ຫວັນຈະ​ເປັນ​ການຫຼິ້ນ​ກັບ​ໄຟ​ທັງ​ນັ້ນ.

ຄະນະຜູ້ແທນຈີນປະຈຳອົງການສະຫະປະຊາຊາດ ໄດ້ຕອບໂຕ້ຖ້ອຍຄຳທີ່ກ່ຽວພັນເຖິງໄຕ້ຫວັນຂອງທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາວ່າ: ອາເມຣິກາກຳລັງສົ່ງສັນຍານ​ທີ່ຜິດພາດໄປຍັງອິດທິກຳລັງທີ່ຫວັງແບ່ງແຍກໄຕ້ຫວັນເປັນເອກະລາດ, ເຊິ່ງເປັນການທຳລາຍຈຸດປະສົງ ແລະ ເປົ້າໝາຍຂອງ “ກົດບັດອົງການສະຫະປະຊາຊາດ”, ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ແລະກໍຝືນກັບຄຳໝັ້ນສັນຍາຂອງຕົນກ່ຽວກັບນະໂຍບາຍປະເທດຈີນດຽວທີ່ລະບຸໄວ້ໃນຖະແຫຼງການຮ່ວມຈີນ-ອາເມຣິກາ 3 ສະບັບ.

ນອກນີ້, ຄະນະຜູ້ແທນຈີນປະຈຳອົງການສະຫະປະຊາຊາດຍັງໄດ້ຕອບໂຕ້ທ່ານບລິນເຄນໃນສື່ສັງຄົມອອນລາຍວ່າ: ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຜູ້ນີ້, ທ່ານບໍ່ຄວນເຮັດ​ໃນ​ສິ່ງ​ທີ່ໃຫ້ພວກຂ້າພະເຈົ້າເຕືອນວ່າ ອົງການສະຫະປະຊາຊາດແມ່ນອົງການຈັດຕັ້ງລະຫວ່າງລັດຖະບານທີ່ປະກອບດ້ວຍປະເທດທີ່ມີອະທິປະໄຕ. ແຕ່ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ, ບໍ່ມີຄຸນວຸດທິໃດໆເລີຍທີ່ຈະເຂົ້າຮ່ວມເປັນສະມາຊິກອົງການສະຫະປະຊາຊາດໄດ້.

ຄຳ​ເຫັນ

0