尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂກອງ​ປະ​ຊຸມສົນ​ທະ​ນາ​ເພື່ອ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ນຳ​ອາ​ຊີ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2021-10-28 16:19:58 cri

      ວັນ​ທີ 27 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສົນ​ທະ​ນາ​ເພື່ອ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ນຳ​ອາ​ຊີໄດ້​​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​​ປະ​ເທດຈີນພາຍ​ໃຕ້​ຫົວ​ຂໍ້ “ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ລະ​ຫວ່າງ​ອະ​ລິ​ຍະ​ທຳ,ຮ່ວມ​ກັນສ້າງ​ອະ​ນາ​ຄົດ​​ອາ​ຊີ​”, ເພື່ອຊຸກ​ຍູ້​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອາ​ຊີ​ຢ່າງ​ຕໍ່​ເນື່ອງ,​ແລະເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ອະ​ລິ​ຍະ​ທຳ​ແລະ​ການ​ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ຜົ​ນ​ສຳ​ເລັດ​ແລະ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ຂອງ​ອາ​ຊີ.

      ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ​ປະ​ເທດຈີນ, ອາກ​ເມ​ນີ, ກຳ​ປູ​ເຈຍ, ສ​ປ​ປ ເກົາ​ຫຼີ, ອີ​ຣານ,ກຽກ​ກິດ​ສະ​ຖານ,ປາ​ກິ​ສະ​ຖານ,ຊີ​ຣີ,​ສະ​ຫະ​ລັດອາ​ຣັບ​ເອ​ມີ​ເຣດ,ເຢ​ແມນທັງ​ໝົດ 10 ປະ​ເທດ​ໄດ້​ຮ່ວມ​ກັນ​ລິ​ເລີ່ມ​ສ້າງ “ສະ​ຫະ​ພາບ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອາ​ຊີ”. ຈີນ​​ໄດ້ສ້າງ​ຕັ້ງ​ກອງ​ທຶນ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອາ​ຊີ,ພ້ອມ​ທັງ​ດຳ​ເນີນ​ແຜນ​ການ​​ທູດ​ຊາວ​ໜຸ່ມກ່ຽວ​ກັບ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອາ​ຊີ.

      ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ມາ​ຈົນ​ຮອດ​ວັນ​ທີ 28 ຕຸ​ລາ​ນີ້, ໃນ​ພິ​ທີ​ອັດ​ກອງ​ປະ​ຊຸມ, ຍັງ​ຈະ​ເຜີຍແຜ່ “ຂໍ້​ລິ​ເລີ່ມ​ການ​ຮ່ວມ​ກັນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອາ​ຊີ”.

ຄຳ​ເຫັນ

0