蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັບ​ປະ​ດາ​ໂທ​ລະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ

2021-10-28 14:49:11 CRI

ຕອ​ນ​ຄ່ຳ​ວັນ​ທີ 27 ຕຸ​ລາ​ນີ້, ສັບ​ປະ​ດາ​ໂທ​ລະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ທີ່​​ອົງ​ການວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ, ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແຫ່ງ ສ​ປ​ປ ລາວ ແລະ ອຳ​ນາດ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​​ໄດ້ເປັນ​ເຈົ້າ​ພາບ​ຮ່ວມ​ກັນ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜາ​ນ​ໜິງ.

ຕາມ​ຂ່າວ​ແຈ້ງວ່າ: ສັບ​ປະ​ດາ​ໂທ​ລະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ຈະ​ຈັດ​​ຂຶ້ນແຕ່​ວັນ​ທີ 27 ຕຸ​ລາ​ຫາ​ວັນ​ທີ 2 ພະ​ຈິກ​ໜ້າ​ນີ້ ແລະ ມີ 5 ກິດ​ຈະ​ກຳ​ໃຫຍ່ ຄື: ພິ​ທີ​ໄຂ​ງານ ແລະ ການ​ຕັ້ງ​ຄ້າຍ​ໂຄ​ສົກ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ, ຄ້າຍ​ປະ​ດິດ​ສ້າງ​ໂຄ​ສົກ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ, ການ​ແຂ່ງ​ຂັນ​ວິ​ດີ​ໂອ​ສັ້ນ​ພາຍ​ໃຕ້​ຫົວ​ຂໍ້​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ, ສັບ​ປະ​ດາ​ວາງ​ສະ​ແດງ​ສາ​ລະ​ຄະ​ດີ​ທີ່​ເປັນ​ສຽງ​ແລະ​ວິ​ດີ​ໂອ​ດີ​ເດັ່ນ​ຈີນ-ອາ​ຊຽນ, ​ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ສຽງ​ແລະ​ວິ​ດີ​ໂອ​ໃນ​ສັບ​ປະ​ດາ​ໂທ​ລະ​ພາບ​ຈີນ-ອາ​ຊຽນ.

ສັບ​ປະ​ດາ​ໂທ​ລະ​ພາບ​ຄັ້ງ​ນີ້​ໄດ້​ເຊື້ອ​ເຊີນ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແຫ່ງ​ ສ​ປ​ປ ລາວ​ມາ​ເປັນ​ເຈົ້າ​ພາບ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ, ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ ສ​ປປ ລາວ ແລະ ອິນ​ໂດ​ເນ​ເຊຍ​ເປັນ​ຄັ້ງ​ທຳ​ອິດ ພ້ອມ​ທັງ​ໄດ້​ຈັດ​ສັບ​ປະ​ດາ​ວາງ​ສະ​ແດງ​ແລະ​​ການ​ກະ​ຈາຍ​ສຽງ​ແລະ​ສາຍ​ວິ​ດີ​ໂອ​ດີ​ເດັ່ນ​ຂອງ​ຈີນ​ແລະ​ອາ​ຊຽນ.

ຄຳ​ເຫັນ

0