尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ເຫັນ​ດີ​ຈະຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ຄືນ​ໃໝ່​ກ່ອນ​ທ້າຍ​ເດືອນ​ພະ​ຈິກ​ໜ້າ​ນີ້

2021-10-28 11:04:11 cri

      ວັນ​ທີ 27 ຕຸ​ລາ​ນີ້, ທ່ານ ໂມ​ຮຳ​ມັດ ໂຮ​ສ​ເຊັນ ບາ​ກີ​ຣີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ອີ​ຣານ​ເຫັນ​ດີ​ຈະ​ຟື້ນ​ຟູການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ຄືນ​ໃໝ່​ກ່ອນ​ທ້າຍ​ເດືອນ​ພະ​ຈິກ​ໜ້າ​ນີ້.

      ໃນ​ມື້​ດັ່ງ​ກ່າວ, ທ່ານ  ໂມ​ຮຳ​ມັດ ໂຮ​ສ​ເຊັນ ບາ​ກີ​ຣີ​​ໄດ້ກ່າວ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ຫຼັງ​ໄດ້​ປຶກ​ສາ​ຫາ​ລື​ກັບ​ທ່ານ ​ໂມ​ຣາວ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ການ​ເຄື່ອນ​ໄຫວ​ວຽກ​ງານ​ກັບ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ຢູ່​ນະ​ຄອນ​ຫຼວງບ​ລຸກ​ແຊນ​ປະ​ເທດ​ແບນ​ຊິກ​ໂດຍ​ກ່າວ​ວ່າ: ຕົນ​ແລະ​ທ່ານ ​ໂມ​ຣາວໄດ້​ດຳ​ເນີນ​ການ​ເຈ​ລະ​​ວວ​ກັນ​ຢ່າງ​ຕັ້ງ​ໜ້າ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ​ຫຼາຍ​ກ່ຽວ​ກັບ​ປັດ​ໄຈ​ທີ່​ສຳ​ຄັນ​ ພື້ນ​ຖານ​ເພື່ອ​ໃຫ້​ການ​ເຈ​ລະ​ຈາປະ​ສົບ​ຜົນ​ສຳ​ເລັດ. ອີ​ຣານ​ເຫັນ​ດີ​ຈະ​ຟື້ນ​ຟູການ​ເຈ​ລະ​ຈາ​ຄືນ​ໃໝ່​ກ່ອນ​ທ້າຍ​ເດືອນ​ພະ​ຈິກ​ໜ້າ​ນີ້,​ສ່ວນ​ກຳ​ນົດ​ໄວ້ເວ​ລາ​ທີ່​ລະ​ອຽດ​ຈະ​ເປີດ​ເຜີຍ​ໃນ​ອາ​ທິດ​ໜ້າ.

      ການ​ເຈ​ລະ​ຈາ​ລະ​ຫວ່າງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕ​ຣິ​ສ໌​ແຕ່​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້ນ​ມາ,ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ອີ​ຣານ​ຄືນ​ໃໝ່,​ມາ​ຮອດ​ປັດ​ຈຸ​ບັນ​​ນີ້ໄດ້​ຈັດ​ຂຶ້ນ​ແລ້ວ 6 ຮອບ​. ເນື່ອງ​ຈາກ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ອີ​ຣານ​ມີ​ຄວາມ​ໜັກ​ໜ່ວງ,ກໍ​ຄື​ຜູ້​ນຳ​ລັດ​ຖະ​ບານ​ອີ​ຣານ​ໄດ້​ປ່ຽນ​ຊຸດໃໝ່,​ການ​ເຈ​ລະ​ຈາ​ຮອບ​ໃໝ່​ຈຶ່ງ​ບໍ່​ໄດ້​ຈັດ​ຂຶ້ນ​ຕາມ​ເວ​ລາ​ທີ່​ກຳ​ນົດ​ໄວ້.

ຄຳ​ເຫັນ

0