蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ: ບັນ​ດາ​ຝ່າຍ​ຄວນ​ເລັ່ງ​ຊຸກ​ຍູ້​ໃຫ້​ສັນ​ຍາ RCEP ​ມີ​ຜົນ​ບັງ​ຄັບ​ໃຊ້ໂດຍ​ໄວ

2021-10-28 14:51:27 CRI

ໃນ​ເວ​ລາ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ-ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ ຄັ້ງ​ທີ 24 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ຕຸ​ລາ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ: ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານຂອງ​ພາກ​ພື້ນ ຫຼື RCEP ແມ່ນ​ໝາກ​ຜົນ​​ທີ່​ເປັນສັນ​ຍະ​ລັກ​​ຂອງ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ ແລະ ໃກ້​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ. ບັນ​ດາ​ຝ່າຍ​ຄວນ​ເລັ່ງ​ຊຸກ​ຍູ້​ໃຫ້​ສັນ​ຍາ​ສະ​ບັບ​ນີ້​ມີ​ຜົນ​ບັງ​ຄັບ​ໃຊ້​ໂດຍ​ໄວ, ລົງ​ເລິກ​ກາ​ນ​ຫັນ​ເປັນ​ການ​ຄ້າ​ເສ​ລີ​ຢ່າງ​ຕໍ່​ເນື່ອງ ເພື່ອ​ເລັ່ງ​ລັດ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ. ຈີນ​ຍິນ​ດີ​ຈັດ​ຊຸດ​ຝຶກ​ອົບ​ຮົມ, ການ​ແລ​ກ​ປ່ຽນ​​ບົດ​ຮຽນ ແລະ​ ດຳ​ເນີນ​ໂຄງ​ການ​ກໍ່​ສ້າງ​ຄວາມ​ສາ​ມາດ​ອື່ນໆ ທີ່​ກ່ຽວ​ຂ້ອງ​ກັບ RCEP ເພື່ອ​​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ, ສະ​ມ​າ​ຄົມການ​ຄ້າ ແລະ ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ຕ້ອງ​ການ​ຂອງ​ອາ​ຊຽນ ພ້ອມ​ທັງ​ຈະ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ RCEP ທີ່​ມີ​ມາດ​ຕະ​ຖານ​ສູງ​ໃນ​ປີ​ໜ້າ, ຈີນ​ຍິນ​ດີ​ຕ້ອນ​ຮັບ​ຝ່າຍ​ຕ່າງໆ​ມາ​ເຂົ້າ​ຮ່ວມ.

ຄຳ​ເຫັນ

0