蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເປີດ​ເຜີຍ​​ຊຸດ​ກິ​ລາ​​ແລະ​ອຸ​ປະ​ກອນ​ກິ​ລາ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ

2021-10-28 14:49:41 CRI

ຈີນ​ໄດ້​ເປີດ​ເຜີຍ​​ຊຸດ​ກິ​ລາ​​ແລະ​ອຸ​ປະ​ກອນ​ກິ​ລາ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ_fororder_微信图片_20211028110956

ເນື່ອງ​ໃນ​ໂອ​ກາດ​ນັບ​ຖອຍຫຼັງ​ຍັງ​ອີກ 100 ວັນ​​ຈະຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022, ຈີນ​ໄດ້​ເປີດ​ເຜີຍ​ຊຸດ​ກິ​ລາ​​ແລະ​ອຸ​ປະ​ກອນ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ.

ຈີນ​ໄດ້​ເປີດ​ເຜີຍ​​ຊຸດ​ກິ​ລາ​​ແລະ​ອຸ​ປະ​ກອນ​ກິ​ລາ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ_fororder_微信图片_20211028111002

​ຊຸດ​ກິ​ລາ​ໄດ້​ຄັດ​ເລືອກ​ຈາກ​ຊຸດ​ທີ່​ໄດ້ອອກ​ແບບ 600 ກວ່າ​ຊຸດ, ໄດ້​ປັບ​ປຸງ​ 8 ຮອບ, ​ການ​ອອກ​ແບບໄດ້​ໂຮມ​ເອົາຮູບ​ແຕ້ມ​ສີ​ນ້ຳ​ໝຶກ​​ດັ້ງ​ເດີມ​ຂອງ​ຈີນ ແລະ ຮູບ​ພູ​ຫິ​ມະ ທີ່​ເປັນ​ຮູບຫຼັກ​ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ ແລະ ໄດ້​ໂຮມ​​ເອົາ​ລັກ​ສະ​ນະ​ການ​ໃຊ້​ງານ​ທີ່​ດີ, ປັດ​ໄຈ​ຊົນ​ເຜົ່າ ແລະ ປັດ​ໄຈ​ສິນ​ລະ​ປະ​ທີ່ຈົບ​ງາມ​ເຂົ້າ​ເປັນ​ໜຶ່ງ​ດຽວ.

ຈີນ​ໄດ້​ເປີດ​ເຜີຍ​​ຊຸດ​ກິ​ລາ​​ແລະ​ອຸ​ປະ​ກອນ​ກິ​ລາ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ_fororder_微信图片_20211028111005

ທ່ານ​ແຢນ​ເສິງ ຫົວ​ໜ້າ​ພະ​ແນກ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ​ຊຸດ​ກິ​ລາ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​​ປັກ​ກິ່ງໄດ້​ປະ​ຕິ​ບັດ​ຕາມຫຼັກ​ການ​ດຳ​ເນີນ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ແລະ ​ໄດ້ຖອດ​ຖອນ​ບົດ​ຮຽນ​​ການກະ​ກຽມງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ຜ່ານ​ມາ ແລະ ປະ​ເພ​ນີ​ການ​ອອກ​ແບບ​​​ຊຸດ​ກິ​ລາ​ໃນ​ເມື່ອ​ກ່ອນ, ໂດຍ​ອີ​ງ​ຕາມເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ, ເມືອງ​ແຢນ​ຊິ້ງ ແລະ ນະ​ຄອນ​ຈ່າງ​ເຈ່ຍ​ໂຂ ​ພ້ອມ​ທັງຄວາມ​ຕ້ອງ​ການ​ດ້ານ​ການ​ນຳ​ໃຊ້​ຢູ່ສະ​ຖານ​ທີ່​ຕ່າງ​ກັນ ແລະ ຕຳ​ແໜ່ງ​ງານ​ຕ່າງ​ກັນ, ໄດ້​ອອກ​ແບບ​ປະ​ເພດ​​ຊຸດ​ກິ​ລາ​ແລະ​ອຸ​ປະ​ກອນ​ກິ​ລາ ທີ່ສາ​ມາດ​ນຸ່ງ​​ຖືແລະ​ໃຊ້​ງານໄດ້​ຢ່າງ​ສະ​ບາຍ ໂດຍ​ອີງ​ຕາມ​ການ​ປ່ຽນ​ແປງ​ຂອງ​ອຸນ​ຫະ​ພູມ ແລະ ຢູ່​ສະ​ຖານ​ທີ່​ຕ່າງ​ກັນ.

ຈີນ​ໄດ້​ເປີດ​ເຜີຍ​​ຊຸດ​ກິ​ລາ​​ແລະ​ອຸ​ປະ​ກອນ​ກິ​ລາ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ_fororder_微信图片_20211028111018

ຈີນ​ໄດ້​ເປີດ​ເຜີຍ​​ຊຸດ​ກິ​ລາ​​ແລະ​ອຸ​ປະ​ກອນ​ກິ​ລາ​ສຳ​ລັບ​ໃຊ້​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ_fororder_微信图片_20211028111009

ຄຳ​ເຫັນ

0