ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທາງລົດໄຟຈີນ-ລາວໄດ້ເລີ່ມລົງມືກໍ່ສ້າງໃນປີ 2016,ຄາດວ່າຈະເລີ່ມເປີດບໍລິການໃນເດືອນທັນວາປີນີ້.
ຫວ່າງມໍ່ໆມານີ້, ເລຂາທິການໃຫຍ່ຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດໄທກ່າວວ່າ: ໄທຕ້ອງຊອກຫາວິທີທີ່ຈະສາມາດເຊື່ອມຈອດກັບທາງລົດໄຟຈີນ-ລາວໄດ້ແນວໃດໂດຍໄວ. ໂດຍສະເພາະໃນຂະນະທີ່ໂຄງການຮ່ວມມືທາງລົດໄຟຈີນ-ໄທມີຄວາມຄືບໜ້າຊ້າລົງ,ກໍອາດຈະສາມາດປະຕິບັດແຜນວິເຄາະທາງດ້ານເສດຖະກິດເປັນບຸລິມະສິດເພື່ອສ້າງໂຄງການເຊື່ອມຈອດລະຫວ່າງແຂວງໜອງຄາຍປະເທດໄທກັບນະຄອນຫຼວງວຽງຈັນປະເທດລາວໂດຍຜ່ານທາງລົດໄຟຈີນ-ລາວ. ໃນຕໍ່ໜ້າ, ນັກທ່ອງທ່ຽວຈາກແຂວງທາງພາກຕາເວັນຕົກສຽງໃຕ້ຂອງຈີນຈະມີທາງເລືອກຫຼາຍທາງໃນການໄປທ່ຽວປະເທດລາວແລະໄທ,ການອອກໄປທ່ຽວຢູ່ຕ່າງປະເທດດ້ວຍທາງລົດໄຟຄວາມໄວສູງຈະແມ່ນທາງເລືອກທີ່ເໝາະສົມ.
ກ່ອນໜ້ານີ້, ຮອງໂຄສົກຄະນະລັດຖະບານໄທໄດ້ເຜີຍໃຫ້ຮູ້ວ່າ: ທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທໄດ້ມີຄວາມສົນໃຈຫຼາຍແລະໄດ້ໃຫ້ການສະໜັບສະໜູນວຽກງານກະກຽມເປີດບໍລິການທາງລົດໄຟຈີນ-ລາວໃນເດືອນທັນວາປີນີ້.
ຄຳເຫັນ
0