尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຊຽງ​ໄຮ້ປະ​ເທດ​ຈີນໄດ້​ຮັບ​ລາງວັນ​ຕົວ​ເມືອງ​ເນັ້ນ​ໃສ່​ການ​ຮຽນ​ຂອງ​ UNESCO ເປັນ​ຄັ້ງ​ທຳ​ອິດ

2021-10-28 16:23:53 cri

      ຕອນ​ຄ່ຳ​ວັນ​ທີ 27 ຕຸ​ລາ​ນີ້, ໃນ​ກອງ​ປະ​ຊຸມ​ໃຫຍ່​ຕົວ​ເມືອງ​ທີ່​ເນັ້ນ​ໃສ່​ການ​ຮຽນ​ສາ​ກົນ​ຄັ້ງ​ທີ 5 ຂອງ​ອົງ​ການ​ການ​ສຶກ​ສາ,ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນະ​ທຳ​ຫຼື​ອຸຍ​ເນັ​ສ​ໂກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ຢອນ​ຊູ​ປະ​ເທດ ສ.ເກົາ​ຫຼີ, ໄດ້​ເປີດ​ເຜີຍ​ຜົນ​ຂອງ​ຕົວ​ເມືອງ​ທີ່​ໄດ້​ຮັບ​ລາງວັນ​ຕົວ​ເມືອງ​ເນັ້ນ​​ໃສ່ກາ​ນ​ຮຽນ 2021 ຢ່າງ​ເປັນ​ທາງ​ການ. ໃນ​ຫຼາຍ​ຕົວ​ເມືອງ​ທີ່​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂອງ​ໂລກ, ນະ​ຄອນ​ຊຽງ​ໄຮ້​​ປະ​ເທດ​ຈີນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຕົວ​ເມືອງ​ທີ່​ໄດ້​ຮັບ​ລາງວັນ​ຕົວ​ເມືອງ​ເນັ້ນ​ໃສ່​ການ​ຮຽນ 2021 ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ​. ນະ​ຄອນ​ຊຽງ​ໄຮ້​ບໍ່​ພຽງ​ແຕ່​​ແມ່ນຕົວ​ເມືອງ​ທີ່​ໄດ້​ຮັບ​ລາງວັນ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ​ເທົ່າ​ນັ້ນ,ຫາກ​​ຍັງແມ່ນ​ຕົວ​ເມືອງ​ທີ່​ໄດ້​ຮັບ​ລາງວັນ​ດັ່ງ​ກ່າວ​ພຽງ​ເມືອງ​ດຽວ​ໃນ​ປະ​ເທດ​ຈີນ​ໃນ​ປີ​ນີ້​ອີກ​ດ້ວຍ.

      ​ຂອບ​ເຂດຂອງ​ການ​ປະ​ກວດລາງວັນ​ຕົວ​ເມືອງ​ເນັ້ນ​ໃສ່ການ​ຮຽນ​ຂອງ​ອົງ​ການ​​ອຸຍເນັ​ສ​ໂກ​ລວມ​ທັງ​ຕົວ​ເມືອງ​ເນັ້ນໃສ່​ການ​ຮຽນ​ຂອງ​ໂລກ​ທີ່​ຢູ່​ໃນ​ເຄືອ​ຂ່າຍ​ຂອງ​ອົງ​ການ​ອຸຍເນັ​ສ​ໂກ​ທັງ​​ໝົດ. ໂດຍ​ມີ​ຈຸດ​ປ​ະ​ສົງ​ເພື່ອ​ຍ້ອງ​ຍໍ​ສັນ​ລະ​ເສີນ​ແລະ​ສົ່ງ​ເສີມຜົນ​ສຳ​ເລັດ​ທີ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ໄດ້​ຮັບ​ໃນ​ດ້ານ​ການ​ພັດ​ທະ​ນາ​ຕົວ​ເມືອງ​ເນັ້ນ​​ໃສ່ການ​ຮຽນ,ພ້ອມ​ທັງ​ວາງ​ສະ​ແດງ​ໝາກ​ຜົນ​​ຕົວ​ຈິງ​ທີ່​ດີ​ເດັ່ນ.

ຄຳ​ເຫັນ

0