蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ອົງການນາໂຕນ້ອຍແບບອາຊີ” ທີ່ອາເມຣິກາ​ສ້າງ​ຕັ້ງ​ຂຶ້ນຈະບໍ່ສາມາດປ່ຽນແປງສະຖານະການຂອງອາຊີປາຊີຟິກໄດ້

2021-10-29 16:11:16 CRI

ໃນເດືອນກັນຍາປີນີ້, ອາເມຣິກາ, ອັງກິດ ແລະອົສຕຣາລີ ໄດ້ເຊັນ​ສົນ​ທິສັນຍາ​ກ່ຽວ​ກັບການຮ່ວມມື​ດ້ານເຕັກນິກການທະຫານສະບັບໜຶ່ງ ໂດຍໄດ້ສ້າງຕັ້ງພັນທະມິດດ້ານ​ຄວາມ​ໝັ້ນ​ຄົງ 3 ຝ່າຍ​ຄື ອາເມຣິກາ, ອັງກິດ ແລະອົສຕຣາລີ ຫຼື AUKUS ພ້ອມທັງໄດ້ປະກາດຈະຊ່ວຍອົສຕຣາລີພັດທະນາເຮືອດໍານໍ້າ​ພະ​ລັງນິວເຄລຍ.

ນັບແຕ່ປີ 2003 ເປັນຕົ້ນມາ, ຢູ່ອາເມຣິກາມີບຸກຄົນ​ຊົງອິດທິພົນຈໍານວນ​ໜຶ່ງ ຫວັງຢາກສ້າງຕັ້ງ “ພັນທະມິດທີ່ມີເຈດຕະນາ​ດຽວ​ກັນ” ຄືອົງການ ທີ່ປະກອບດ້ວຍປະເທດນ້ອຍຫຼາຍປະເທດ ແລະນໍາພາໂດຍອາເມຣິກາ ເພື່ອປ່ຽນແທນອົງການອັດລັງຕິກເໜືອ ຫຼືນາໂຕ ທີ່ອິດທິພົນ ແລະບົດບາດນັບມື້ນັບໜ້ອຍລົງ.

ເຖິງວ່າທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາເຄີຍກ່າວວ່າ: ການສ້າງຕັ້ງພັນທະມິດການທະຫານ​ແບບໃໝ່ ບໍ່ແມ່ນເພື່ອ​ແນໃສ່ປະເທດໃດໜຶ່ງ, ຫາກແມ່ນເພື່ອຮັກສາສັນຕິພາບ ແລະສະຖຽນລະພາບຂອງພາກພື້ນອິນໂດ​ປາ​ຊີ​ຟິກ. ແຕ່ຄໍາເວົ້າຂອງທ່ານໂຈ ໄບເດັນ ບໍ່ສາມາດປິດບັງ​ຈຸດ​ປະ​ສົງທີ່ວ່າ ພັນທະມິດດັ່ງກ່າວ ໄດ້ດໍາເນີນການຂົ່ມຂູ່ຈີນ ໂດຍມີເຈດຕະນາເພື່ອທໍາລາຍຄວາມດຸນດ່ຽງຂອງພາກພື້ນອາຊີປາຊີຟິກທີ່ມີຢູ່ໃນປັດຈຸບັນ.

ແຕ່ວ່າ, ການສ້າງຕັ້ງພັນທະມິດ​ສາມ​ຝ່າຍ​ດ້ານ​ຄວາມ​ໝັ້ນ​ຄົງ​ເພື່ອຕໍ່ຕ້ານຈີນຄື AUKUS ແມ່ນມີຄວາມໝາຍທີ່ເປັນສັນຍາລັກ ຫຼາຍກວ່າບົດບາດຕົວຈິງ ຍ້ອນສາເຫດດັ່ງລຸ່ມນີ້:

​ອັນ​ທີ​ໜຶ່ງ, ພາຍໃຕ້ສະຖານະການທີ່ພາກພື້ນອາຊີປາຊີຟິກມີສະຖຽນລະພາບນັບມື້ນັບ​ດີຂຶ້ນ, ບໍ່ມີປະເທດອາຊີໃດໆ ທີີ່ມີຄວາມຕ້ອງການ ແລະ​ມີເຈດຕະນາຫວັງຢາກເຂົ້າເປັນສະມາຊິກຂອງພັນທະມິດດັ່ງກ່າວ; ອັນທີສອງ, ອາເມຣິກາ, ອັງກິດ ແລະອົສຕຣາລີມີວັດທະນະທໍາ ແລະຄ່ານິຍົມທີ່ຄ້າຍໆກັນ, ແຕ່ວັດທະນະທໍາ ແລະຄ່ານິຍົມນີ້ບໍ່​ສອດ​ຄ່ອງກັບປະເທດອາຊີ; ອັນທີສາມ, ທາດແທ້ຂອງພັນທະມິດດັ່ງກ່າວ ແມ່ນອາເມຣິກາເປັນຜູ້ບົງການ, ປະເທດພັນທະມິດກາຍເປັນເຄື່ອງມືຂອງອາເມຣິກາ, ອາເມຣິກາໄດ້ຮັບຜົນປະໂຫຍດ ແຕ່ປະເທດພັນທະມິດຕ້ອງຮັບ​ກຳແທນ.

ທີ່ຈິງແລ້ວ, ອາເມຣິກາ, ອັງກິດ ແລະອົສຕຣາລີ ໄດ້ສ້າງຕັ້ງພັນທະມິດ AUKUS ພ້ອມທັງໄດ້ສະໜອງເຕັກນິກເຮືອດໍານໍ້າ​ພະ​ລັງ​ນິວ​ເຄຼຍໃຫ້ແກ່ອົສຕຣາລີ, ນີ້ໄດ້ເຮັດໃຫ້ປະເທດຕ່າງໆຢູ່ອາຊີຕາເວັນອອກສຽງໃຕ້ເກີດມີຄວາມເປັນຫ່ວງ. ທ່ານອິສໄມ ຊາບຣີ ຢາກອບ, ນາຍົກລັດຖະມົນຕີມາເລເຊຍໄດ້ກ່າວເຕືອນວ່າ: ສົນ​ທິສັນຍາລະຫວ່າງອາເມຣິກາກັບອົສຕຣາລີ ອາດຈະເຮັດໃຫ້ເກີດມີການຊ່ວງເສັງປະກອບອາວຸດນິວເຄລຍຢູ່ພາກພື້ນນີ້ ແລະເພີ່ມ​ທະ​ວີການເປັນປໍລະປັກກກັນລະຫວ່າງປະເທດໃຫຍ່. ສ່ວນກະຊວງການຕ່າງປະເທດອິນໂດເນເຊຍກໍໄດ້ອອກຖະແຫຼງການ ໂດຍໄດ້ຮຽກຮ້ອງໃຫ້ອົສຕຣາລີ ສືບຕໍ່ສຸມຄວາມພະຍາຍາມເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຂອງພາກພື້ນ ໂດຍອີງຕາມສົນທິສັນຍາການຮ່ວມມືມິດຕະພາບອາຊີຕາເວັນອອກສຽງໃຕ້ ພ້ອມທັງໄດ້ຕໍາໜິວ່າ: ການເຄື່ອນໄຫວຂອງອົສຕຣາລີ ໄດ້ລະເມີດ​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ບໍ່​ແຜ່​ຜາຍ​​ອາ​ວຸດນິວ​ເຄຼຍ.

    ປັດຈຸບັນ, ອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນ, ສັນຕິພາບ ແລະການພັດທະນາ ກໍແມ່ນຫົວຂໍ້ຫຼັກທີ່ບັນດາປະເທດໃນພາກພື້ນອາຊີປາຊີຟິກຄວນຍຶດໝັ້ນ. “ອົງການນາໂຕນ້ອຍ​ແບບອາຊີ” ທີ່ອາເມຣິກາຫວັງຢາກສ້າງຕັ້ງຂຶ້ນນັ້ນ ​ບໍ່ພຽງແຕ່ຈະເພີ່ມການ ເປັນປໍລະປັກກັນ ແລະ​ສ້າງຄວາມເຄັ່ງຕຶງ​ໃຫ້​ກັບພາກພື້ນ​ນີ້ເທົ່ານັ້ນ, ​ຍັງຈະເປັນການທ້າທາຍ​ຖາ​ນະໃຈກາງຂອງອາຊຽນໃນປັດຈຸບັນ​ນຳ​ອີກ. ເຈດຕະນາທີ່ຫວັງຢາກສ້າງ​ຄວາມເປັນປໍລະປັກກັນພາຍໃນພາກພື້ນ​ນີ້ ຈະບໍ່ສາມາດປະສົບຜົນສໍາເລັດໄດ້ຢ່າງແນ່ນອນ.

 

ຄຳ​ເຫັນ

0