尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ຮຽກ​ຮ້ອງ​ໃຫ້​ລະ​ດົມເງິນ 23,4 ຕື້​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ປະ​ຕິ​ບັດ​ແຜນ​ການ​ຕ້ານ​​ພະ​ຍາດ​ໂຄວິດ-19 ສະ​ບັບ​ໃໝ່

2021-10-29 11:19:53 cri

      ວັນ​ທີ 28 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ WHO, ທ່ານ ​ເຕ​ໂດ​ຣ​ສ໌ ເກ​ເບ​ຣ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ລະ​ດົມ​​ເງິນ 23,4 ຕື້​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ແກ້​ໄຂສະ​ພາບ​ຄວາມ​ບໍ່​ສະ​ເໝີ​ພາບ​ກັນ​ຂອງ​ໂລກ​ໃນ​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19,ການກວດ​ຫາເຊື້ອ​ແລະ​ປິ່ນ​ປົວພະ​ຍາດ​ໂຄວິດ-19.

     WHO ກ່າວ​ວ່າ: ກ່ອນ​ເດືອນ​ກັນ​ຍາ​ປີ​ໜ້າ, ອົງ​ການ​ອະ​ນາ​ໄມ​ໂລກ​ຕ້ອງ​ໄດ້​ຮັບ​ເງິນ 23,4 ຕື້​ໂດ​ລາ​ສະ​ຫະ​ລັດ,ເພື່ອ​ປະ​ຕິ​ບັດ​ແຜນ​ການ​ກ່ຽວ​ກັບ​ການ​​ສະ​ໜອງ​ເຄື່ອງ​ມື​ໃຫ້​ກັບ​ແຜນ​ດຳ​ເນີນ​ງານ​ຕ້ານ​ໂຄວິດ-19 ສະ​ບັບ​ໃໝ່​ໃຫ້​ໄວ​ຂຶ້ນ,ສະ​ໜອງ​ເຄື່ອງ​ມື​ທີ່​ບັນ​ດາ​ປະ​ເທດ​ມີ​ຄວາມ​ຕ້ອງ​ການ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ການ​ປະ​ຕິ​ບັດ​ແຜນ​ການ​ດັ່ງ​ກ່າວ​​ຈະສາ​ມາດ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ເສຍ​ຊີ​ວິດ​ເພີ່ມ​ໄດ້ຢ່າງ​ໜ້ອຍ 5 ລ້ານ​ຄົນ, ​ສາ​ມາດປະ​ຢັດ​ເງິນ​ໄດ້​ຫຼາຍກວ່າ 5.300 ຕື້​ໂດ​ລາ​ສະ​ຫະ​ລັດ​ໃຫ້​ກັບ​ໂລກ,ພ້ອມ​ທັງ​ເລັ່ງໃຫ້ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສິ້ນ​ສຸດ​ລົງ​ໂດຍ​ໄວ.

ຄຳ​ເຫັນ

0