尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ປະ​ທ້ວງ​ອາ​ເມ​ຣິ​ກາ​​ຢ່າງ​ເຄັ່ງ​ຂຶມກ່ຽວ​ກັບ​ການ​ຍົກ​ເລີກ​ໃບ​​ອະ​ນຸ​ຍາດ​ເຮັດ​ທຸ​ລະ​ກິດ​ໂທ​ລະ​ຄົມ​ຂອງ​ບໍ​ລິ​ສັດ​ໂທ​ລະ​ຄົມ​​ຈີນ​ຢູ່​ອາ​ເມ​ຣິ​ກາ

2021-10-29 16:58:34 cri

      ຫວ່າງ​ມໍ່ໆ​ມາ​ນີ້, ຄະ​ນະ​ກຳ​ມະ​ການ​ການ​ສື່​ສານສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ອອກ​ຄຳ​ສັ່ງ​ຢຸດ​ຕິ​ແລະຍົກ​ເລີກ​ໃບ​​ອະ​ນຸ​ຍາດ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ສາ​ກົນ​ຂອງ​ບໍ​ລິ​ສັດ​ໂທ​ລະ​ຄົມ​ຈີນ​​ສາ​ຂາ​ທະ​ວີບ​ອາ​ເມ​ຣິ​ກາ​ຢູ່​ອາ​ເມ​ຣິ​ກາ. ທ່ານ ຊູ້​ຢູ້​ຖິງ ໂຄ​ສົກ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​​ກ່າວ​ປະ​ທ້ວງ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ວັນ​ທີ 28 ຕຸ​ລາ​ນີ້​ວ່າ: “ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ສ້າງຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໄປ​ທົ່ວ​ທີບ, ໃຊ້​ກຳ​ລັງ​ແຫ່ງ​ຊາ​ດ​ແບບ​ຊະ​ຊາຍ,​ກີດ​ກັ້ນ​ວິ​ສາ​ຫະ​ກິດ​ຈີນ​ດ້ວຍ​ເຈດ​ຕະ​ນາ​ຮ້າຍ​ພາຍ​ໃຕ້​ສະ​ພາບ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ,​ໄດ້ຝືນ​ກັບ​ຫຼັກ​ການ​ຕະ​ຫຼາດ,ທຳ​ລາຍ​ບັນ​ຍາ​ກາດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ. ຄະ​ນະ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ຈີນ​ໄດ້​ກ່າວ​ປະ​ທ້ວງ​ອາ​ເມ​ຣິ​ກາ​ຢ່າງ​ເຄັ່ງ​ຂຶມ​ກ່ຽວ​ກັບ​ເລື່ອງ​ນີ້. ອາ​ເມ​ຣິ​ກາ​ຄວນ​ແກ້​ໄຂ​ພຶດ​ຕິ​ກຳ​ທີ່​ຜິດ​ພາດ​ຂອງ​ຕົນ​ໃນ​ທັນ​ທີ,ເພື່ອ​​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ໃນ​ການ​ເຮັດ​ທຸ​ລະ​ກິດ​ໃຫ້​ກັບວິ​ສາ​ຫະ​ກິດ​ຈີນ​ທີ່​ລົງ​ທຶນ​ແລະ​ເຮັດທຸ​ລະ​ກິດ​ຢູ່​ອາ​ເມ​ຣິ​ກາ​​ດ້ວຍ​ຄວາມ​ຍຸດ​ຕິ​ທຳ,ເປີດກວ້າງ,​ເປັນ​ທຳ​ແລະ​ບໍ່​ມີ​ຄວາມ​ໝິ່ນ​ປະ​ໝາດ. ຈີນ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​,ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ຈີນ.”

ຄຳ​ເຫັນ

0