尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ອຳ​ນວຍ​ການ​ໃຫຍ່ WIPO ກ່າວ​ວ່າ: ຈີນ​ແມ່ນ​ຜູ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ໃນ​ດ້ານ​ວຽກ​ງານ​ຂອງ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ

2021-10-29 16:59:11 cri

ວັນ​ທີ 27 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ດາ​ເຣັນ​ຕັງ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ຫຼື WIPO ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CMG ຢູ່​ນະ​ຄອນ​ເຊີ​ແນວ​ປະ​ເທດ​ສະ​ວິ​ສ​ໂດຍ​ກ່າວ​ວ່າ: ໃນ 50 ປີ​ຜ່ານ​ມາ, ຈີນ​ແມ່ນ​ຜູ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ໃນ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ມາ​ໂດຍ​ຕະ​ຫຼອດ.

      ທ່ານ ດາ​ເຣັນ​ຕັງ ຊີ້​ໃຫ້​ເຫັນ​ວ່າ: ໝາກ​ຜົນ​ທີ່​ຈີນ​ໄດ້​ຮັບ​ໃນ​ດ້ານ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ຫັນ​ຊັບ​ສິນ​ທາງ​ປັນ​ຍາ​ເປັນ​ການ​ຄ້າໄດ້​ເຮັດ​ໃຫ້​ຄົນ​ມີ​​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ. ໃນ​ການ​ຈັດ​ອັນ​ດັບ​ຕົວ​ເລກ​ດັດ​ຊະ​ນີ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ໂລກ​ທີ່​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ເປີດ​ເຜີຍ​ແລະ​ມີ​ຈຸດ​ປະ​ສົງ​ເພື່ອ​ປະ​ເມີນ​ສະ​ພາບ​ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕ່າງໆ, ຈີນ​ຢູ່​ອັນ​ດັບ​ທີ 12 ໃນ​ປີ​ນີ້,​ແມ່ນ​ກຸ່ມ​ເສດ​ຖະ​ກິດລາຍ​ຮັບ​ປານ​ກາງ​ພຽງ​ແຫ່ງ​ດຽວ​ທີ່​ໄດ້ຖືກ​ຈັດ​ອັນ​ດັບ​ໃຫ້​ຢູ່​ໃນ 30 ອັນ​ດັບ​ແຖວ​ໜ້າ​ຂອງ​ໂລກ, ​ລື່ນກາຍ​ຍີ່​ປຸ່ນ,ກາ​ນາ​ດາ​ແລະ​ກຸ່ມ​ເສດ​ຖະ​ກິດ​ທີ່​​ພັດ​ທະ​ນາ​ແລ້ວ​ອື່ນໆ.

      ໝາກ​ຜົນ​ທີ່​ຈີນ​ໄດ້​ຮັບ​ໃນ​ດ້ານ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ຫັນ​ຊັບ​ສິນ​ທາງ​ປັນ​ຍາ​ເປັນ​ການ​ຄ້າໄດ້​ເຮັດ​ໃຫ້​ຄົນ​ມີ​​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ. ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ກັບ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ,ເພື່ອສ້າງ​ໂລກ​ທີ່​ສວຍ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0