黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່​ານ​ນາງ​ເຜິງ​ລີ້ຢວນ ສົ່ງ​ຈົດ​ໝາຍຊົມ​ເຊີຍ​​ເຖິງ​ພິ​ທີ​ສ້າງໂຮງ​ຮຽນ​ຈູ​ລຽດ​ທຽນ​ສິນສຳ​ເລັດ​ແລ້ວ

2021-10-29 15:38:47 cri

ວັນ​ທີ 26 ຕຸ​ລາ​ນີ້, ທ່ານ​ນາງ​ເຜິງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທ​ດ​ຈີນ​ໄດ້​ ສົ່ງ​ຈົດ​ໝາຍຊົມ​ເຊີຍ​​ເຖິງ​ພິ​ທີ​ສ້າງໂຮງ​ຮຽນ​ຈູ​ລຽດ​ທຽນ​ສິນສຳ​ເລັດ​ແລ້ວ.

​ທ່ານນາງ​ເຜິງ​ລີ້ຢວນ ກ່າວ​ວ່າ: ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ຈີນ​ແລະ​ອາ​ເມ​ຣິ​ກາ, ສະ​ຖາ​ບັນ​ດົນ​ຕີ​​ທຽ​ນ​ສິນ​ແລະ​ສະ​ຖາ​ບັນ​ຈູ​ລຽດ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​​ກັນ​ໃນດ້ານ​ການ​ສຶກ​ສາ​ສິ​ລະ​ປະ​ລະ​ດັບ​ສູງ, ສ້າງ​ເວ​ທີ​ອັນ​ໃໝ່​ໃຫ້​​ກັບ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ. ​ການ​ທີ່ຈີນ​ແລະ​ອາ​ເມ​ຣິ​ກາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ກັນ​ໃນດ້ານ​ການ​ສຶກ​ສາ, ມີ​ຜົນ​ດີ​ຕໍ່​ການ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດີ​ເດັ່ນ​​ໃຫ້​ໄດ້ຫຼາຍກວ່າ​ເກົ່າ, ມີ​ຜົນ​ດີ​ຕໍ່​ການ​ແລກ​ປ່ຽນ​ບົດ​ຮຽນ​ແລະ​ຮ່ຳ​ຮຽນ​ວັດ​ທະ​ນະ​ທຳຂອງ​ກັນ​ແລະ​ກັນ, ທັງ​ມີ​ຜົນ​ດີ​ຕໍ່​ການ​ເຜີຍ​ແຜ່​ສິ​ລະ​ປະ​ແລະ​ການ​ສ້າງ​ມິດ​ຕະ​ພາບ.

ສະ​ຖາ​ບັນ​ດົນ​ຕີ​​ທຽນ​ສິນ​ແລະ​ສະ​ຖາ​ບັນ​ຈູ​ລຽດ​ອາ​ເມ​ຣິ​ກາ​ໄດ້​ຮ່ວມ​ກັນ​ສ້າງ​ສະ​ຖາ​ບັນ​ຈູ​ລຽດ​​ທຽນ​ສິນ​ແລະ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈູ​ລຽດ​ສະ​ຖາ​ບັນ​ດົນ​ຕີ​ທຽນ​ສິນ, ​ແລະ​ໃນ​ວັນ​ທີ 26 ຕຸ​ລາ​ນີ້​ໄດ້​ຈັດ​ພິ​ທີ​ສ້າງ​ໂຮງ​ຮຽນ​ຈູ​ລຽດ​ທຽນ​ສິນ​ສຳ​ເລັດ​ແລ້ວ​ຢູ່​ນະ​ຄອນ​ທຽນ​ສິນ.

ຄຳ​ເຫັນ

0