蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຄັ້ງ​ທຳ​ອິດ​ທີ່ງານ​ໂອ​ລິມ​ປິກ​ໄດ້​ເຊື່ອມ​ຕໍ່​ສະ​ໜາມ​ກິ​ລາ​ທັງ​ໝົດ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ

2021-10-29 15:32:18 CRI

ເປັນ​ຄັ້ງ​ທຳ​ອິດ​ທີ່ງານ​ໂອ​ລິມ​ປິກ​ໄດ້​ເຊື່ອມ​ຕໍ່​ສະ​ໜາມ​ກິ​ລາ​ທັງ​ໝົດ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ_fororder_arwfeargaerfgeasr

ເນື່ອງ​ໃນ​ໂອ​ກາດ​ວັນ​ນັບ​ຖອຍຫຼັງ​ຍັງ​ອີກ 100 ວັນ​ຈະຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022, ວຽກ​ງານ​ຮັບ​ປະ​ກັນ​ດ້ານ​ຄົມ​ມະ​ນາ​ຄົມ​ຂອງ​ງານ​​ດັ່ງ​ກ່າວກໍ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າ​ຍ​ແລ້ວ.

ເປັນ​ຄັ້ງ​ທຳ​ອິດ​ທີ່ງານ​ໂອ​ລິມ​ປິກ​ໄດ້​ເຊື່ອມ​ຕໍ່​ສະ​ໜາມ​ກິ​ລາ​ທັງ​ໝົດ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ_fororder_argaerfaerfaerg

ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂ​ໄດ້​ສ້າງ​ສຳ​ເລັດ​ແລະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 30 ທັນ​ວາ​ປີ 2019, ທາງ​ລົດ​ໄຟ​ສາຍ​ນີ້​ຍັງ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ຮັບ​ໃຊ້​ງານໂອ​ລິມ​ປິກ​ສະ​ເພາະ​ທີ່​ຊື່​ວ່າ “ຄວາມ​ຝັນ​ຂອງ​ຫິ​ມະ” ເພື່ອ​ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃຫ້​ແກ່​ຜູ້​ໂດຍ​ສານ​ໃຫ້​ຮັບ​ຮູ້.

ເປັນ​ຄັ້ງ​ທຳ​ອິດ​ທີ່ງານ​ໂອ​ລິມ​ປິກ​ໄດ້​ເຊື່ອມ​ຕໍ່​ສະ​ໜາມ​ກິ​ລາ​ທັງ​ໝົດ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ_fororder_asdfasdgfasdfdsaf

ທ່ານ​ກຸ້ຍ​ລິນ ຫົວ​ໜ້າ​ຫ້ອງ​ການວາງ​ແຜນ​ລວມ​ຂອງ​ພະ​ແນກ​ວາງ​ແຜນ​ແລະ​ກໍ່​ສ້າງ​​ຂອງຄະ​ນະ​ກຳ​ມະ​ການ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: “ສະ​ໜາມ​ແຂ່ງ​ຂັນກິ​ລານ້ຳ​ກ້ອນ​ ແລະ ​ຫິ​ມະໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ຕັ້ງ​ຢູ່​ຫ່າງ​ໄກ​ກັນ​ທີ່​ສຸດແມ່ນ 200 ກິ​ໂລ​ແມັດ, ເກືອບ​ເປັນ​ໄລ​ຍະ​ທີ່​ໄກ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ. ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າງ​ເຈ່ຍ​ໂຂ ​ໄດ້ເຮັດ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ກາຍ​ເປັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທຳ​ອິດ​ໃນ​ຮອບ 100 ປີໃນ​ປະ​ຫວັດ​ສາດ​ງານ​ໂອ​ລິມ​ປິກ ​ທີ່​ໄດ້​ເຊື່ອມ​ຕໍ່​ສະ​ໜາມ​ກິ​ລາ​ກາງ​ແຈ້ງ ແລະ ສະ​ໜາມ​ກິ​ລາ​ໃນ​ຫົ່ມ​ທັງ​ໝົດດ້ວຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ.

ເປັນ​ຄັ້ງ​ທຳ​ອິດ​ທີ່ງານ​ໂອ​ລິມ​ປິກ​ໄດ້​ເຊື່ອມ​ຕໍ່​ສະ​ໜາມ​ກິ​ລາ​ທັງ​ໝົດ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ_fororder_asdfargearger

ຄຳ​ເຫັນ

0