徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ການ​ກະ​ທຳ​ຂອງອາ​ເມ​ຣິ​ກາ​ແລະ​ບາງ​ປະ​ເທດ​ໄດ້​ທຳ​ລາຍ​ສັນ​ຕິ​ພາບແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫັວນ

2021-10-30 16:00:11 cri

ຕາມ​ຂ່າວCRI: ວັນ​ທີ 29 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ຢູ່​ນະ​ຄອນ​ຫຼວງ​ໂຣມຂອງ​ອີ​ຕາ​ລີ, ທ່ານ​ຫວາງ​ຢີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ທີ່​ອາ​ເມ​ຣິ​ກາ​ແລະ​ບາງ​ປະ​ເທດ​ປະ​ກາດ​ວ່າ​ຈະ​ສະ​ໜັບ​ສະ​ໜູນ​ໃຫ້ໄຕ້​ຫວັນ“ເຂົ້າ​ຮ່ວມ​ລະ​ບົບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ປະ​ຊາ​ຄົມ​ໂລກ​ຢ່າງ​ຕັ້ງ​ໜ້າ​ແລະ​ມີ​ຄວາມ​ໝາຍ”ໃນ​ຫວ່າງ​ມໍ່ໆ​ນີ້.

 

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ໃນໂລກ​ມີ​ປະ​ເທດ​ຈີນພຽງ​ໜຶ່ງ​ດຽວ, ​ເຂດໄຕ້​ຫວັນ​ແມ່ນພາກ​ສ່ວນ​ໜຶ່ງ​ຂອງ​ຜືນ​ແຜ່ນ​ດິນ​ຈີນ, ເຊິ່ງ​ໄດ້​ກາຍ​ເປັນ​ຄວາມ​​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບກັນ​ໂດຍ​ທົ່ວ​ໄປ​ຂອງ​ປະ​ຊາ​ຄົມ​ໂລກ, ກໍ່​ແມ່ນ​ຫຼັກ​ການ​ດ້ານ​ການ​ພົວ​ພັນ​ສາ​ກົນ​ທີ່​ແຕ່​ລະ​ປະ​ເທດ​ຄວນ​ເຄົາ​ລົບ​​ຮ່ວມ​ກັນ.

 

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອາ​ເມ​ຣິ​ກາ​ແລະ​ບາງ​ປະ​ເທດ​ມີເຈດ​ຕະ​ນາ​ຢາກ​ທ້າ​ທາຍ​ເກາະ​ຜິດ​ໃນ​ບັນ​ຫາ​ໄຕ້​ຫວັນ, ການ​ກະ​ທຳແບບ​ນີ້​ໄດ້​ຝ່າ​ຝືນ​​ຄຳ​ໝັ້ນ​ສັນ​ຍາ​ດ້າ​ນ​ການ​ເມືອງຂອງ​ຕົນ​ທີ່​ໄດ້​ໃຊ້ໃນ​ເວ​ລາ​ສ້າງ​ຕັ້ງ​ສາຍພົວ​ພັນ​ທາງ​ການ​ທູດກັບ​ຈີນ, ບໍ່​ເອົາ​ຫົວ​ຊາ​ນຳ​ຈິດໃຈ​ຮ່ວມ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ທີ່​ໄດ້​ລະ​ບຸໃນ​ມະ​ຕິ​ເລກ​ 2758, ເປັນການ​ທຳ​ລາຍ​​ຈຸດ​ປະ​ສົງ​ແລະ​ຫຼັກ​ການ​ຂອງ “ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ”, ກໍ່​ເປັນ​ການ​ທຳ​ລາຍ​​ສັນ​ຕິ​ພາບແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ. ຖ້າ​ສືບ​ຕໍ່ເຮັດ​ຕາມ​ລຳ​ພັງ​ໃຈ, ຍ່ອມຈະ​ໄຊ້​ຄ່າ​ຕອບແທນ​ເທົ່າທີ່​ຄວນ​.

 

 

 

ຄຳ​ເຫັນ

0