秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນກ່າວວ່າ: ຈີນເດັດດ່ຽວຄັດຄ້ານປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນແລ້ວນັ້ນ ມີການໄປມາຫາສູ່ກັນຢ່າງເປັນທາງການກັບເຈົ້າໜ້າທີ່ໄຕ້ຫວັນ

2021-10-30 17:11:06 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ທ່ານ​ຫວ່າງ​ເວີນ​ປິ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕ​ອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ທີ່ປະ​ທານ​ສະ​ພາ​ມົ​ນ​ຕີ​ເອີ​ຣົບ​ ແລະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ​ຮ່ວມ​ກັນ​ຕອບ​ຈົດ​ໝາຍ​ຂອງ​ສະ​ມາ​ຊິ​ກ​ສະ​ພາ​ເອີ​ຮົບ​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ປະ​ເທດ​ລີ​ຕົວ​ນີ​ປະ​ກາດ​ຕັ້ງ​ສຳ​ນັກ​ງານ​ຜູ້​ແທນ​ເຊິ່ງ​ກັນ​ແລະ​ກັນ​ກັບ​​ໄຕ້​ຫວັນ.

ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ຫວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຫຼັກ​ການ “ປະ​ເທດ​ຈີນ​ດຽວ”​ເປັນ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ທົ່ວ​ໄປ​ຂອງ​ປະ​ຊາ​ຄົ​ມ​ໂລກ ແລະເປັນ​ພື້ນ​ຖານ​ການ​ເມືອງ​ທີ່​ຈີນ​ຂະ​ຫຍາຍ​ການພົວ​ພັນ​ກັບ​ທຸກ​ປະ​ເທດ​ທີ່​ໄດ້​ສ້າງ​​​ຕັ້ງສາຍ​ພົວ​ກັນ​ທາງ​ການ​ທູດ​ກັບ​ຈີນ​​ແລ້ວ. ພວກ​ຂ້າ​ພະ​ເຈົ້າເດັດ​ດ່ຽວ​ຄັດ​ຄ້ານ​ເຈດ​ຕະ​ນາ​ຂອງ​ເຈົ້າ​ໜ້າ​ທີ່​​ໄຕ້​ຫວັນ​ ທີ່​ຫວັງ​ຢາກ​ສ້າງ “ສອງ​ປະ​ເທດ​ຈີນ” ແລະ “ຈີນ​ໜຶ່ງ​ໄຕ້​ຫວັນ​ໜຶ່ງ” ຢູ່​ໃນ​ສາ​ກົນ ​, ເດັດ​ດ່ຽວ​ຄັດ​ຄ້ານ​ປະ​ເທດ​ທີ່​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ​ແລ້ວ​ນັ້ນ ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ເປັນ​ທາງ​ການ​ກັບເຈົ້າ​ໜ້າ​ທີ່​​ໄຕ້​ຫວັນ, ພ້ອມ​ທັງ​​ໄດ້ກ່າວ​ເຕືອນ​ລັດ​ຖະ​ບານ​ລີ​ຕົວ​ນີ ໃຫ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​​ທາງ​ການ​ເມືອງທີ່​ເຄັ່ງ​ຂຶມ ​ທີ່​ຕົນ​​ໄດ້​ໃຫ້​ໃນ​ເວ​ລາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ, ຢ່າ​ທຳ​ການຕົກ​ລົງ​ຢ່າງ​ຜິດ​ພາດ ​​ແລະບໍ່​ສາ​ມາດ​ແກ້​ໄຂ​ໄດ້.

ຄຳ​ເຫັນ

0